ເມືອງ ຜາອຸດົມ ເກີດອັກຄີໄພ ໄຟໄໝ້ເຮືອນ.

ໃນເວລາ 14 ໂມງ 00 ນາທີ ຂອງວັນທີ 29 ພຶດສະພາ 2022 ໄດ້ເກີດເຫດການອັກຄີໄພ ໄຟໄໝ້ເຮືອນຂອງປະຊາຊົນຢູ່ບ້ານ ວຽງພັດທະນາ ເມືອງ ຜາອຸດົມ ແຂວງ ບໍ່ແກ້ວ ຈໍານວນ 03 ຫຼັງ ແລະ ເລົ້າເຂົ້າ 01 ຫຼັງ. ມີ 04 ຄອບຄົວ, ມີພົລະເມືອງ 21 ຄົນ, ຍິງ 10 ຄົນ. ໃນນັ້ນ, ມີຜູ້ໄດ້ຮັບບາດເຈັບ 01 ຄົນ.

ສ່ວນສິ່ງຂອງເຄື່ອງໃຊ້ພາຍໃນເຮືອນແມ່ນເສຍຫາຍທັງໝົດ ມີເຂົ້າສານຈໍານວນ 120 ເປົ້າ, ຈັກໂມ້ເຂົ້າ 01 ເຄື່ອງ ລວມມູນຄ່າເສຍຫາຍປະມານ 80 ລ້ານກວ່າກີບ.

ສໍາລັບສາເຫດແມ່ນຍັງຢູ່ໃນຂັ້ນຕອນກວດກາຂອງຂະແໜງການທີ່ກ່ຽວຂ້ອງ. ສະນັ້ນ, ພາກສ່ວນທີ່ກ່ຽວຂ້ອງຈິ່ງຂໍຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ໃນການໃຊ້ຟືນໄຟພາຍໃນຄົວເຮືອນໃຫ້ມີສະຕິລະວັງຕົວຕື່ມອີກ, ທັງນີ້, ກໍ່ເພື່ອເປັນການຫຼີກລ່ຽງຄວາມເສຍຫາຍທາງດ້ານຊັບສິນທີ່ເກີດຈາກອັກຄີໄພຕ່າງໆ.


ຂ່າວ: ຄໍາຜົງ ຟອງສະຫວ່າງ.
ກວດແກ້: ບຸນໜຽວ ຈະເລີນຜົນ.
Sponsor by Sokxay Plus