ລະດັບໜີ້ສິນສາທາລະນະຂອງປະເທດລາວຍັງສູງຂື້ນຢ່າງຕໍ່ເນື່ອງ
ອີງຕາມບົດລາຍງານທະນາຄານໂລກ (World Bank Laos) ລະດັບໜີ້ສິນສາທາລະນະແລະໜີ້ສິນຄໍ້າປະກັນລັດຖະບານ ສປປ ລາວ ໄດ້ເພີ້ມສູງຂື້ນສົມຄວນ ນັບຕັ້ງແຕ່ປີ 2019 ລະດັບໜີ້ສິນເພີ່ມຂຶ້ນຈາກ 68% ຂອງ GDP (12.5 ຕື້ໂດລາສະຫະລັດ) ເປັນ 88% (14.5 ຕື້ໂດລາສະຫະລັດ) ໃນປີ 2021 ເຊິ່ງການເພິ້ມຂື້ນໜີ້ສິນດັ່ງກ່າວ ຈະສົ່ງຜົນຕໍ່ຄວາມສ່ຽງທາງດ້ານຄວາມໝັ້ນຄົງຂອງເສດຖະກິດມະຫາພາກພໍສົມຄວນ

ການເພີ່ມຂຶ້ນຢ່າງຫຼວງຫຼາຍຂອງຫນີ້ສິນສາທາລະນະແລະໜີ້ຄໍ້າປະກັນໂດຍລັດຖະບານ ສ່ວນໃຫຍ່ແມ່ນຍ້ອນການຫຼຸດລົງຢ່າງຫຼວງຫຼາຍຂອງເງິນກີບ (ໃນປີ 2021 ເງິນກີບອ່ອນຄ່າ 20% ທຽບປີຜ່ານມາ) ແລະ ການອອກພັນທະບັດພາຍໃນເປັນຈໍານວນຫຼວງຫຼາຍ.

ໂດຍໃນປີ 2021 ລັດຖະບານໄດ້ອອກພັນທະບັດພາຍໃນປະມານ 9 ພັນຕື້ກີບ ເປັນການຈ່າຍເງິນຄ້າງຊໍາລະພາຍໃນປະເທດທີ່ກ່ຽວຂ້ອງກັບໂຄງການລົງທຶນຂອງລັດ ເຊິ່ງກວມເອົາປະມານ 5% ຂອງ GDP.

ເຊິ່ງໜີ້ສິນທັງໝົດຂອງປະເທດ ສ່ວນຫຼາຍແມ່ນໜີ້ສິນຕ່າງປະເທດ, ມາຈາກຂະແໜງພະລັງງານ ໂດຍສະເພາະບໍລິສັດໄຟຟ້າລາວ (EDL) ກວມເອົາຫຼາຍກວ່າ 30% ຂອງຍອດໜີ້ສິນສະສົມທັງໝົດໃນປີ 2021
ຂໍ້ມູນ: World Bank Laos.