ເສົ້າໃຈ..!! ຈາກໄປໂດຍທີ່ແຟນຍັງບໍ່ຮູ້ຈົ່ງຮັກກັນຕອນຍັງມີລົມຫາຍໃຈ

ຮັກກັນຕອນຍັງມີຊີວິດ #ຂໍ້ຄວາມສຸດທ້າຍຈາກແຟນສົ່ງຫາ ຄອຍເປັນຫ່ວງ ໂດຍບໍ່ຮູ້ວ່າ ອີກຄົນຈະບໍ່ມີວັນລຸກຂື້ນມາຕອບຂໍ້ຄວາມອີກແລ້ວ #ນີ້ລະເຫດຜົນທີ່ເປັນຫ່ວງການໄປມາ

-ຢ່າລໍາຄານເວລາແຟນໂທນໍາ.

-ຢ່າລໍາຄານເວລາແຟນສົ່ງຫາສົ່ງນໍາ.

-ຢ່າລໍາຄານເວລາແຟນຈູ້ຈີ້ ຫ້າມເຕືອນ.

-ເພາະຮັກ ແລະ ເປັນຫ່ວງຈຶ່ງເຮັດແບບນີ້.

ເປັນພາບທີ່ໜ້າຫົດຫູ່ ເສົ້າໃຈຫລາຍ … ນີ້ຄືພາບຂອງກະເປົາ ແລະ ໂທລະສັບຂອງຊາຍທີ່ເສຍຊີວິດ ຈາກການເກີດອຸບັດຕິເຫດ ເຮົາຈະສັງເກດເຫັນໄດ້ວ່າ ໂທລະສັບຂອງລາວ ໄດ້ມີຂໍ້ຄວາມຈາກແຟນ(ຄົນຮັກ) ທີ່ແຊທເຂົ້າມາຫາລາວ ທັງທີ່ບໍ່ຮູ້ວ່າລາວໄດ້ຈາກໂລກນີ້ໄປແລ້ວ ນີ້ຄືສາເຫດທີ່ ແຟນມັກຈະຫ້າມບໍ່ໃຫ້ໄປຫລິ້ນ ຫລື ໄປທາງອື່ນ ຖ້າບໍ່ມີຄວາມຈໍາເປັນ.

ຝາກໄວ້ເປັນອຸທາຫອນ.. #ກົດແທັກ(ຊື່ວ່າຄວາມຕາຍນີ້ ແຂວນຄໍທຸກບາດຍ່າງ) (ໃຜກໍມີໂອກາດຕາຍໃນທຸກໆວິນາທີ) (ຢ່າປະໝາດໃນການໃຊ້ຊີວິດ ຄິດດີ ທຳດີ ເວົ້າດີ) Rip… ຂໍອະໃຫ້ໄປສູ່ສຸຂະຕິ

Related Posts

Leave a Reply

Your email address will not be published. Required fields are marked *