ຄົນລາວ ແຫ່ກັນຂ້າມໄປຊື້ນໍ້າມັນເຊື້ອໄຟ ຢູ່ປະເທດໄທ ຍ້ອນລາຄາຖືກກວ່າ.

ຄົນລາວ ແຫ່ກັນຂ້າມໄປຊື້ນໍ້າມັນເຊື້ອໄຟ ຢູ່ປະເທດໄທ ຍ້ອນລາຄາຖືກກວ່າ.

ລົດຈາກ ສປປ.ລາວ ຕື່ມນ້ຳມັນຝັ່ງໄທ ກ່ອນກັບປະເທດ ເຫດພາວະນ້ຳມັນແພງ

ບັນຍາກາດທີ່ສະຖານີປໍ້ານໍ້າມັນຝັ່ງໄທ ນອກຈາກຈະມີລົດພາຍໃນປະເທດແລ້ວ ຍັງມີລົດຈາກ ສປປ ລາວ ມາເຕີມນໍ້າມັນຈຳນວນຫຼາຍຄັນກ່ອນຈະເດີນທາງກັບປະເທດ

ໂດຍສະເພາະປໍ້ານໍ້າມັນຢູ່ໃກ້ດ່ານ ຂົວມິດຕະພາບ ລາວໄທ ແຫ່ງທີ່ 1 ຈັງຫວັດໜອງຄາຍ ເຊີ່ງສ່ວນໃຫຍ່ຈະເຕີມນໍ້າມັນເຕັມຖັງ.

ຜູ້ປະກອບການຕ້ອງການເງິນ ໝູນວຽນ ປະມານ 100 ລ້ານໂດລາຕໍ່ເດືອນເພື່ອແກ້ໄຂບັນຫາ ຂາດແຄນນ້ຳມັນຢູ່ລາວ ບັນຫາການຂາດແຄນນໍ້າມັນເຊື້ອໄຟຢູ່ປະເທດລາວໄດ້ແກ່ຍາວມາເປັນເວລາເກືອບ 2 ເດືອນແລ້ວ, ຮອດປັດຈຸບັນຍັງບໍ່ສາມາດແກ້ໄຂບັນຫາດັ່ງກ່າວໄດ້ຢ່າງຂາດຕົວເພາະຍັງມີປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟຈໍານວນຫຼາຍໃນຂອບເຂດທົ່ວປະເທດຍັງປິດບໍລິການ.

ດ້ານຜູ້ປະກອບການນໍ້າມັນເຊື້ອໄຟໄດ້ຊີ້ແຈງໃຫ້ຮູ້ວ່າ: ສາເຫດການຂາດແຄນນໍ້າມັນ ເກີດຈາກປະຊາຊົນຈໍານວນໜຶ່ງມີການກັກຕຸນເງິນຕາຕ່າງປະເທດໂດຍສະເພາະຕະກູນເງິນໂດລາ ແລະ ເງິນບາດ, ນອກນັ້ນ, ອັດຕາແລກປ່ຽນເງິນຕາຢູ່ທະນາຄານ ແລະ ຮ້ານແລກປ່ຽນເງິນຕາເອກະຊົນບໍ່ເທົ່າທຽມກັນຈຶ່ງສົ່ງຜົນກະທົບໃຫ້ການສະໜອງເງິນຕາຕ່າງປະເທດບໍ່ພຽງພໍກັບຄວາມຕ້ອງການ ຊຶ່ງຖ້າມີເງິນໝູນວຽນປະມານ 100 ລ້ານໂດລາໃຊ້ສະເພາະການນໍາເຂົ້ານໍ້າມັນເຊື້ອໄຟກໍຈະສາມາດແກ້ໄຂັນຫາດັ່ງກ່າວໄດ້.

ກ່ຽວກັບບັນຫາເງິນຕາຕ່າງປະເທດທີ່ບໍ່ພຽງພໍ ແລະ ບັນຫາການຂາດແຄນນໍ້າມັນນີ້, ລັດຖະບານໄດ້ຈັດກອງ​ປະຊຸມ​ສຸກ​ເສີນ​ຫຼາຍ​ຄັ້ງ​​ເພື່ອ​ຊອກ​ຫາ​ວິທີ​ແກ້​ໄຂໂດຍສະເພາະລັດຖະບານກໍາລັງເລັ່ງແກ້ໄຂເພີ່ມຄັງເງິນແຫ່ງຊາດສຳຮອງເງິນຕາຈາກ 30% ເປັນ 40% ແລະ ໃນໄລຍະສັ້ນນີ້, ລັດຖະບານຈະຊອກຫາໃຫ້ໄດ້ປະມານ 60 ລ້ານໂດລາເຖິງແມ່ນວ່າຈະຍັງບໍ່ທັນພຽງພໍກໍຕາມ ແຕ່ຈະແກ້ໄຂບັນຫາການຂາດແຄນນໍ້າມັນໃຫ້ສົ່ງຜົນກະທົບໜ້ອຍທີ່ສຸດຕໍ່ຜູ້ຊົມໃຊ້.

Related Posts

Leave a Reply

Your email address will not be published. Required fields are marked *