ໃຜທີ່ກຳລັງຢາກໄປເຮັດວຽກຢູ່ເກົາຫຼີ ແຕ່ຍັງຄ້າງຄາໃຈເລື່ອງຄ່າໃຊ້ຈ່າຍຕ້ອງອ່ານ.

ໄລຍະນີ້ພວມເປີດປະເທດໃໝ່ໆ ທຸກຢ່າງຈະກັບຄືນສູ່ປົກກະຕິບໍ່ວ່າຈະເປັນການເຮັດວຽກ, ການຫາເງິນ ແລະການເດີນທາງ ແຮງງານທີ່ຕົກວຽກກັບມາກໍ່ຫຼາຍ ຜູ້ວ່າງງານຢູ່ພາຍໃນປະເທດກໍ່ຫຼາຍ ຜູ້ຢາກປ່ຽນວຽກກໍມີບໍ່ໜ້ອຍ ແລະນາຍຈ້າງຢູ່ທັງພາຍໃນ ແລະຕ່າງປະເທດແມ່ນເລີ່ມເປີດຮັບພະນັກງານເຂົ້າເຮັດວຽກຄືຜ່ານມາຫຼືຈະບຸກໜັກກວ່າເກົ່າ ໃນນັ້ນລວມທັງ ສ ເກົາ ຫຼື ເກົາຫຼີໃຕ້.

ສຳລັບເກົາຫຼີໃຕ້ ແມ່ນເລີ່ມເປີດຮັບແຮງງານຈາກລາວໄປເຮັດວຽກໃນຫຼາຍຂະແໜງ ໃນນັ້ນມີ 2 ລະບົບ ກໍ່ຄືສອງໄລຍະ ນັ້ນຄືເຮັດວຽກໄລຍະສັ້ນ 5 ເດືອນ ແລະໄລຍະຍາວ 3-5 ປີ ໃນສອງລະບົບນີ້ແມ່ນມີຄວາມແຕກຕ່າງກັນທາງດ້ານເງື່ອນໄຂ ແລະຕົ້ນທຶນທີ່ແຮງງານຕ້ອງກະກຽມຫາກມີຄວາມຕ້ອງການໄປເຮັດວຽກຢູ່ເກົາຫຼີ.

ໃນນັ້ນການໄປເຮັດວຽກໃນຮູບແບບໄລຍະຍາວ ສິ່ງຈຳເປັນທີ່ແຮງງານຕ້ອງກະກຽມແມ່ນພາສາເກົາຫຼີ ຕ້ອງໄດ້ຮຽນພາສາເກົາຫຼີກ່ອນ ແລະຕ້ອງໄດ້ເສັງຜ່ານແລ້ວຈິ່ງໄດ້ໄປ ນອກເໜືອຈາກພາສາແລ້ວສຸຂະພາບກໍ່ສຳຄັນ ຖ້າສຸຂະພາບບໍ່ຜ່ານໄດ້ພາສາເກົາຫຼີກໍ່ບໍ່ມີຄວາມໝາຍ ຖືວ່າທຸກຄົນຕ້ອງຮັກສາສຸຂະພາບໂຕເອງໃຫ້ແຂງແຮງ ພ້ອມທີ່ຈະສູ້ກັບວຽກງານ.

ສ່ວນວົງເງິນທີ່ຕ້ອງໃຊ້ຈ່າຍສຳລັບກຸ່ມນີ້ແມ່ນມີຫຼາຍລາຍການແຕ່ລວມໆແມ່ນມີທັງໝົດ 1.600 ກວ່າໂດລາສະຫະລັດ ໃນນັ້ນລວມທັງປີ້ຍົນ, ຄ່າກວດສຸຂະພາບຕ່າງໆ ແລະຜູ້ທີ່ຈະໄປເຮັດວຽກໃນໄລຍະຍາວແມ່ນເພິ່ນຈະເອົາແຕ່ຜູ້ມີອາຍຸ 18-36 ປີ ເພດໃດກໍ່ໄດ້.

ສ່ວນການໄປເຮັດວຽກໄລຍະຍາວແມ່ນເປັນໂຄງການໃໝ່ ທີ່ໄປເຮັດວຽກຕາມລະດູການ ມີໄລຍະເວລາການເຮັດວຽກສັ້ນບໍ່ສາມາດຕໍ່ສັນຍາໄດ້ ກຸ່ມນີ້ແມ່ນຕ້ອງການຜູ້ອາວຸໂສຫຼາຍກວ່າຄືຕ້ອງແມ່ນ 25-45 ປີ ແລະມີຄ່າໃຊ້ຈ່າຍ ພື້ນຖານ 2.780 ໂດລາ ແລະເງິນມັດຈຳອີກ 3.000 ໂດລາ ຫຼື ໃນວົງເງິນ 3.000 ໂດລາ.

ກຸ່ມທີ່ໄປໄລຍະສັ້ນນີ້ ເມື່ອຫັກລົບຕົ້ນທຶນຄ່າກິນຢູ່ພັກເຊົາ ຄ່າເດີນທາງທັງໝົດແລ້ວແລ້ວ ເຮັດວຽກຄົບ 5 ເດືອນຕາມສັນຍາຈະຍັງມີເງິນເຫຼືອຢູ່ປະມານ 7.000 ໂດລາ.

ສ່ວນເງິນມັດຈຳໃຜບໍມີຈະເຮັດແນວໃດ ຄຳຕອບຄືຕ້ອງມີ ແຕ່ວ່າຈະໃຫ້ເປັນເງິນ ຫຼື ຊັບສິນແນວອື່ນກໍ່ໄດ້ທີ່ມີມູນຄ່າເທົ່າກັບວົງເງິນມັດຈຳກໍ່ໄດ້.

ຖາມວ່າເປັນຫຍັງຕ້ອງມີເງິນມັດຈຳ ຕ້ອງເຂົ້າໃຈວ່າຄົນບໍ່ຄືຄົນຈິດໃຈບໍ່ອາດຢັ້ງຄິດໄດ້ ສະນັ້ນຕ້ອງມີເງິນມັດຈຳເປັນຂໍ້ບັງຄັບ ຖ້າຫາກແຮງງານໄປເຮັດວຍກແລ້ວບໍ່ປະຕິບັດຕາມສັນຍາກໍ່ຄືເຮັດວຽກບໍ່ຄົບຕາມສັນຍາແມ່ນເງິນກ້ອນນັ້ນຕົກໄປ ແຕ່ຖ້າເຮັດວຽກໄດ້ສຳເລັດຕາມກຳນົດສັນຍາ ກັບມາກໍ່ແມ່ນເອົາເງິນມັກຈຳ ຫຼື ເງິນຄ້ຳປະກັນກັບຄືນ.

Sponsor by Sokxay Plus.

Related Posts

Leave a Reply

Your email address will not be published. Required fields are marked *