👉 ໃນກໍລະນີທີ່ທ່ານ ໂອນເງິນຜິດບັນຊີ ຈະຕ້ອງເຮັດແນວໃດ? ຕ້ອງດຳເນີນການແນວໃດກ່ອນ?
ໂພສນີ້ມີຄຳຕອບ!
*ກ່ອນອື່ນຖ້າຕິດຕໍ່ຫາເຈົ້າຂອງບັນຊີປາຍທາງບໍ່ໄດ້ ມາ ທຳຕາມຂັ້ນຕອນນີ້ເລີຍ.
1). ຕິດຕໍ່ຫາທະນາຄານທັນທີ ເມື່ອຮູ້ວ່າທ່ານໂອນເງິນຜິດບັນຊີ.
2). ເຂົ້າໄປທີ່ທະນາຄານ ເພື່ອປະກອບເອກະສານ ແລະ ແຈ້ງຫຼັກຖານໃນການໂອນເງິນຂອງທ່ານ ຕໍ່ກັບພະນັກງານທະນາຄານ ເພື່ອດຳເນີນການກວດສອບ.
3). ທະນາຄານຈະຕິດຕໍ່ຫາທ່ານ ພາຍຫຼັງທີ່ໄດ້ກວດສອບຂໍ້ມູນ ຮຽບຮ້ອຍແລ້ວ ເພື່ອແຈ້ງຜົນໃຫ້ລູກຄ້າຮັບຊາບ ແລະ ດໍາເນີນການແກ້ໄຂ ຕາມລະບຽບຂອງທະນາຄານ.
*ກໍລະນີມີບັນຊີໂອນເງິນຜິດເຂົ້າມາໃນບັນຊີຂອງເຮົາ ເຮົາກະຄວນເຂົ້າໄປແຈ້ງ ໃຫ້ທາງທະນາຄານເຊັ່ນກັນ.
ຫາກມີບັນຊີໂອນເງິນຜິດເຂົ້າມາໃນບັນຊີ ແຕ່ບໍ່ຍອມສົ່ງເງິນຄືນ ຈະມີຄວາມຜິດຕໍ່ກົດໝາຍອາຍາ.