ອ່ານເດີ່..!! ຖະແຫຼງ ພະຍາດ ໝາກສຸກລີງ (Monkeypox) ພ້ອມແນະວິທີປ້ອງກັນ ຂໍໃຫ້ທຸກຄົນຢ່າລະເຫຼີງ.

ວັນທີ 27 ພຶດສະພາ ປີ 2022 ນີ້, ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວລາຍງານກ່ຽວກັບພະຍາດ Monkeypox ຫຼື ເອີ້ນໃນພາສາລາວວ່າ ໝາກສຸກລີງ ທີ່ກຳລັງເປັນທີ່ຈັບຕາ ແລະ ນ່າກັງວົນຂອງຫຼາຍປະເທດໃນທົ່ວໂລກ.

ດຣ. ຣັດຕະນະໄຊ ກ່າວວ່າ: Monkeypox ແມ່ນພະຍາດ ທີ່ເກີດຈາກເຊື້ອຈຸລະໂລກ (ໄວຣັສ) ຕິດຕໍ່ຈາກສັດສູ່ຄົນ, ເກີດຈາກໄວຣັສ Monkeypox ເຊິ່ງຢູ່ໃນກຸ່ມຂອງ orthopoxvirus ແລະ ຄອບຄົວດຽວກັບ Poxviridae ຊື່ monkeypox ແມ່ນມາຈາກການຄົ້ນພົບເບື້ອງຕົ້ນຂອງເຊື້ອໄວຣັສໃນລີງຢູ່ໃນຫ້ອງທົດລອງຂອງເດນມາກໃນປີ 1958. ກໍລະນີທໍາອິດຂອງມະນຸດໄດ້ຖືກພົບເຫັນຢູ່ໃນເດັກນ້ອຍໃນສາທາລະນະລັດປະຊາທິປະໄຕຄອງໂກ ໃນປີ 1970, ພະຍາດ Monkeypox ບໍ່ແມ່ນພະຍາດທີ່ເກີດຂຶ້ນໃໝ່ ພົບຫຼາຍທີ່ຜ່ານມາໃນຂົງເຂດອາຟຣິກກາກາງ ແລະ ອາຟຣິກກາຕາເວັນຕົກໂດຍສະເພາະເຂດອາກາດຮ້ອນຊຸ່ມທີ່ໃກ້ກັບປ່າ.

ວັນທີ 13 ພຶດສະພາ 2022 ອົງການອະນາໄມໂລກໄດ້ຮັບລາຍງານກໍລະນີຕິດເຊື້ອຢູ່ໃນ 12 ທີ່ບໍ່ແມ່ນປະເທດ, ທີ່ມີການບົ່ມຊ້ອນຂອງພະຍາດດັ່ງກ່າວມາກ່ອນ, ອົງການອະນາໄມໂລກ ຄາດຄະເນວ່າພະຍາດດັ່ງກ່າວອາດຈະມີການລະບາດໃນຫຼາຍຂົງເຂດ/ປະເທດ, ນັບຕັ້ງແຕ່ວັນທີ 13 -21 ພຶດສະພາ 2022, ມີກໍລະນີຢັ້ງຍືນຜູ້ຕິດເຊື້ອທັງໝົດ 92 ຄົນ ແລະ ກໍລະນີສົງໄສ 28 ຄົນ ໃນ 12 ປະເທດສ່ວນໃຫຍ່ໃນເອີຣົບ ແລະ ຍັງບໍ່ທັນມີລາຍງານການຕິດເຊື້ອພະຍາດດັ່ງກ່າວໃນຂົງເຂດອາຊີ ລວມທັງ ສປປ ລາວ. ເຖິງຢ່າງໃດກໍຕາມ, ພະຍາດນີ້ຍັງບໍ່ມີທ່າອ່ຽງວ່າຈະເປັນການລະບາດໃຫຍ່ເທື່ອ.

ເສັ້ນທາງການຕິດຕໍ່ຂອງພະຍາດດັ່ງກ່າວມີ: ການກິນຊີ້ນທີ່ປຸງແຕ່ງບໍ່ສຸກ ແລະ ຊີ້ນສັດປ່າ ທີ່ຕິດເຊື້ອແມ່ນເປັນປັດໄຈສ່ຽງທີ່ເປັນໄປໄດ້ພາໃຫ້ຕິດເຊື້ອ Monkeypox ເວລາຕິດເຊື້ອແມ່ນຈະຫາຍດີເອງໂດຍບໍ່ໄດ້ປີ່ນປົວ, ແຕ່ອາການອາດຈະຮ້າຍແຮງໃນບາງບຸກຄົນເຊັ່ນ: ເດັກນ້ອຍ, ແມ່ຍິງຖືພາ ຫຼື ຜູ້ທີ່ມີພູມຕ້ານທານຕ່ຳຍ້ອນສະພາບສຸຂະພາບອື່ນໆ, ອັດຕາການເສຍຊີວິດແມ່ນລະຫ່ວາງ 0-11%.

ເຊື້ອໄວຣັສ Monkeypox ແມ່ນຕິດຕໍ່ຈາກຄົນຫນຶ່ງໄປອີກຄົນຫນຶ່ງໂດຍການສຳຜັດໃກ້ຊິດກັບບາດແຜ, ນ້ໍາໃນຮ່າງກາຍ, ຂີ້ກະເທີ່, ນໍ້າລາຍຂອງຄົນຕິດເຊື້ອ ລວມທັງທາງເພດສຳພັນ ແລະ ອຸປະກອນການປົນເປື້ອນເຊັ່ນ: ຜ້າປູບ່ອນນອນ, ຜ້າເຊັດໂຕ, ເຄື່ອງໃຊ້ຮ່ວມກັນ.ໄລຍະເວລາ ຊົ່ມເຊື້ອຂອງ monkeypox ປົກກະຕິແລ້ວແມ່ນຈາກ 6 ຫາ 13 ມື້, ແຕ່ສາມາດບົ່ມເຊື້ອຕັ້ງແຕ່ 5 ຫາ 21 ມື້. ພະຍາດນີ້ບໍ່ແມ່ນພະຍາດທີ່ຕິດຕໍ່ໄດ້ງ່າຍໆຄືກັບພະຍາດໂຄວິດ, ແຕ່ຈະຕິດສະເພາະຜູ້ທີ່ໄດ້ສຳຜັດຈັບບາຍກັບຜູ້ຕິດເຊື້ອພະຍາດເທົ່ານັ້ນ.

ກໍລະນີສົງໄສ: ບຸກຄົນໃດໜຶ່ງ ທີ່ບໍ່ອາໄສຢູ່ເຂດທີ່ມີການລະບາດບົ່ມຊ້ອນຂອງພະຍາດ Monkeypox ທີ່ມີຕຸ່ມເກີດຂຶ້ນກະທັນຫັນ ໂດຍທີ່ບໍ່ສາມາດອະທິບາຍສາເຫດໄດ້ ແລະ ມີໜຶ່ງ ຫຼື ຫຼາຍອາການດັ່ງລຸ່ມນີ້: ເຈັບຫົວ, ໄຂ້ກະທັນ (>38.50 C), ກ້ອນກະດັນໄຄ່ ບວມປວດກ້າມຊີ້ນ/ປວດຕົນໂຕ, ເຈັບຫຼັງ, ອ່ອນແຮງກ້າມຊີ້ນ ແລະ ບໍ່ສາມາດອະທິບາຍສາເຫດຂອງຕຸ່ມທີ່ເກີດຂຶ້ນໄດ້ຈາກພະຍາດທີ່ພົບເຫັນໄດ້ເລື້ອຍໆ

ເຊັ່ນວ່າ: ໝາກໃສ (varicella zoster), ຕານເຕັ້ນ (herpes zoster), ໝາກແດງໃຫ່ຍ (measles), herpes simplex, ການຊຶມເຊື້ອຜິວໜັງຍ້ອນເຊື້ອຈຸລິນຊີ, ການຕິດເຊື້ອພະຍາດໜອງໃນແທ້, ພະຍາດ syphilis ຂັ້ນ 1 & 2, ແຜຮີມອ່ອນ (chancroid), lymphogranuloma venereum, ຝີໝາກມ່ວງ (granuloma inguinale), molluscum contagiosum, ປະຕິກິລິຍາຂອງອາການແພ້; ແລະ ສາເຫດອື່ນໆທົ່ວໄປທີ່ພົບໃນທ້ອງຖິ່ນ ທີ່ເປັນສາເຫດຂອງຜືນແດງ ຫຼື ຕຸ່ມໃສ.

ວິທີການປ້ອງກັນ – ຫຼີກລຽງການສໍາພັດໂດຍກົງກັບຜູ້ຕິດເຊື້ອ ຫຼື ຜູ້ທີ່ກໍລະນີສົງໃສ: ການກວດຫາ ເຊື້ອແລະ ການປີ່ນປົວ – ຖ້າມີອາການ ຕຸ່ມຜື່ນແດງ, ພ້ອມກັບອາການໄຂ້ ຫຼື ຮູ້ສຶກບໍ່ສະບາຍ ຫຼື ເຈັບປ່ວຍ ຫຼື ເດີນທາງໄປບ່ອນທີ່ມີການລະບາດພະຍາດນີ້ ຄວນໄປພົບແພດເພື່ອກວດຫາ ເຊື້ອພະຍາດ Monkeypox. ຖ້າມີກໍລະນີສົງໃສ ຫຼື ຢັ້ງຍືນການຕິດເຊື້ອແລ້ວ, ຄວນແຍກຕົວອອກຈາກຄົນອື່ນຈົນກວ່າຮອຍສະເກັດຈະຫຼຸດອອກ ແລະ ງົດການມີເພດສຳພັນ. ທຸກຄົນທີ່ເບິ່ງແຍງຄົນເຈັບ ຄວນໃຊ້ມາດຕະການປ້ອງກັນຕົນເອງທີ່ເໝາະສົມ, ລວມທັງການໃສ່ຜ້າອັດປາກ-ດັງ, ອະນາໄມສິ່ງຂອງ ແລະ ພື້ນຜິວທີ່ຖືກສຳຜັດ.

ພ້ອມນີ້, ດຣ. ຣັດຕະນະໄຊ ກ່າວຕື່ມວ່າ: ໃນບ້ານເຮົາຍັງບໍ່ທັນພົບຄົນຕິດເຊື້ອພະຍາດດັ່ງກ່າວ, ແຕ່ເນື່ອງຈາກວ່າ ພວກເຮົາໄດ້ມີການເປີດປະເທດຢ່າງເຕັມຮູບແບບ ແລະ ມີການເດີນທາງໄປມາຫາສູ່ກັບຕ່າງປະເທດ, ສະນັ້ນຖືວ່າພວກເຮົາກໍ່ຍັງມີຄວາມສ່ຽງ ແລະ ຈະໄດ້ຕິດຕາມເຝົ້າລະວັງພະຍາດດັ່ງກ່າວຢ່າງໃກ້ຊິດ ແລະ ບໍ່ໃຫ້ພໍ່ແມ່ພີ່ນ້ອງປະຊາຊົນວິຕົກກັງວົນຈົນເກີນໄປ ເນື່ອງຈາກພະຍາດດັ່ງກ່າວບໍ່ສາມາດຕິດເຊື້ອໄດ້ຢ່າງໄວວາ, ທາງທີມກະຊວງສາທາຮ່ວມກັບອົງການອະນາໄມໂລກ ກໍໄດ້ມີການຕິດຕາມເຝົ້າລະວັງ ແລະ ຈະລາຍງານໃຫ້ບັນດາທ່ານຊາບເປັນແຕ່ລະໄລຍະ.

Related Posts

Leave a Reply

Your email address will not be published.