ຈັດສົ່ງແຮງງານລາວ 190 ຄົນໄປເຮັດວຽກຕາມລະດູການ ທີ່ປະເທດ ສ.ເກົາຫຼີ

ຈັດສົ່ງແຮງງານລາວ 190 ຄົນໄປເຮັດວຽກຕາມລະດູການ ທີ່ປະເທດ ສ.ເກົາຫຼີ

ພິທີເປີດຊຸດຝຶກອົບຮົມ ແນະນໍາກ່ອນການຈັດສົ່ງແຮງງານລາວ ໄປເຮັດວຽກຕາມລະດູການ ທີ່ປະເທດ ສ.ເກົາຫຼີ ພາຍໃຕ້ການຈັດສົ່ງຂອງ ບໍລິສັດ ສະຫວັນບໍລິການຈັດຫາງານ ຈໍາກັດ. ວັນທີ 23 ພຶດສະພາ 2022 ເປັນກຽດເຂົ້າຮ່ວມພິທີ ໂດຍ ທ່ານ ນາງ ວັນນີ ແກ້ວໄຊຍະວົງ ຮອງຫົວໜ້າກົມການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ການຈັດສົ່ງແຮງງານລາວໄປເຮັດວຽກຕາມລະດູການ ທີ່ ປະເທດ ສ.ເກົາຫຼີ ໃນຄັ້ງນີ້, ມີແຮງງານລາວທີ່ຜ່ານການຄັດເລືອກ ທັງໝົດຈໍານວນ 190 ຄົນ, ຍິງ 89 ຄົນ ຊຶ່ງຈະໄປເຮັດວຽກຢູ່ 2 ເມືອງ ຄື: ເມືອງ Yeongdeok ຈໍານວນ 45 ຄົນ, ຍິງ 15 ຄົນ ແລະ ເມືອງ Hoengseong ຈໍານວນ 145 ຄົນ, ຍິງ 74 ຄົນ. ຈາກນັ້ນ ວິຊາການກົມການການຈັດຫາງານ ໄດ້ ແນະນໍາອະທິບາຍຂັ້ນຕອນຕ່າງໆ ໃຫ້ກັບແຮງງານ ລາວ ກ່ອນທີ່ຈະອອກເດີນທາງ ໄປເຮັດວຽກທີ່ ປະເທດ ສ.ເກົາຫຼີ.

ສໍາລັບທ່ານໃດທີ່ມີຄວາມສົນໃຈໄປເຮັດວຽກທີ່ປະເທດ ສ.ເກົາຫຼີ ໃຫ້ຕິດຕໍ່ປະສານງານເພື່ອຫາຂໍ້ມູນລາຍລະອຽດເພີ່ມຕື່ມກັບ:1. ບໍລິສັດ ສະຫວັນບໍລິການ ຈັດຫາງານໂທ: 021 465059, 030 2222119.2. ບໍລິສັດ ໄອຈ໋ອບໂທ: 021 563091, 030 2002000.3. ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງ/ນະຄອນຫຼວງ4. ກະຊວງແຮງງານ ແລະ ສະຫວັດດີການສັງຄົມໂທ: 021 217738.

(ຂ່າວສານຮສສ)

Related Posts

Leave a Reply

Your email address will not be published. Required fields are marked *