ລາຄາປ້າຍ ກັບລາຄາຂາຍແທ້ແຕກຕ່າງກັນຄົນຊື້ນ້ຳມັນສຸດງົງເລີຍ.
*ຂໍຝາກເຖີງເຈົ້າຫນ້າທີ່ ທີ່ກ່ຽວຂ້ອງລົງໄປແກ້ໄຂໃຫ້ແນ່ເດີ ປ້ຳນ້ຳມັນຕັ້ງຢູ່ ບ້ານທອງຄຳ ເມືອງກາສີ ແຂວງວຽງຈັນ.

ມີລູກຄ່າໄປເຕີມນ້ຳມັນ ແລ້ວສອບຖາມເບີ່ງລາຄາມັນບໍ່ກົງກັບປ້າຍທີ່ຂຽນໄວ້
ປ້າຍທີ່ຂຽນໄວ້ ລີດລະ 18.500ກີບ ແຕ່ພະນັກງານມາບອກລາຄາວ່າ ລີດລະ22.000ກີບນີ້ຫມາຍຄວາມວ່າຫລອກລວງລູກຄ້າ

ແລະ ຕົບຕາຫນ້າຫນ້າທີ່ທີ່ກ່ຽວຂ້ອງຫຼືບໍ່.
*ພະນັກງານຂາຍຍັງບອກວ່າຖ້າເຈົ້າຫນ້າທີ່ທີ່ກ່ຽວຂ້ອງເຂົ້າມາກວດສອບເຈົ້າຂອງປ້ຳນ້ຳມັນຈະເຄຍເອງ ມັນຫມາຍຄວາມວ່າແນວໃດ………
ເຈົ້າຫນ້າທີ່ມີ ສ່ວນໄດ້-ສ່ວນເສຍ ກັນຫຼືບໍ່.
ຊົມຄຼິບ.
ຂ່າວຈາກ: ສືບຈາກຂ່າວ