ອີກແລ້ວ! ເຈົ້າໜ້າທີ່ຈັງຫວັດໜອງຄາຍ ປະເທດໄທ ຢຶດຢາບ້າໄດ້ 410.000 ເມັດທີ່ຂົນສົ່ງຈາກຝັ່ງລາວວັນທີ 23 ພຶດສະພາ 2022 ນີ້ເພຈຂ່າວອອນລາຍໜອງຄາຍລາຍງານວ່າ:
ເຈົ້າໜ້າທີ່ຈັງຫວັດັໜອງຄາຍ ປະເທດໄທ ຢຶດຢາບ້າໄດ້ 410.000 ເມັດຢູ່ແຄມນໍ້າຂອງ ເຂດບ້ານໜອງກຸງໃຕ້ ອຳເພີໂພນພິໄສ ຈັງຫວັດໜອງຄາຍ (ກົງກັນຂ້າມກັບບ້ານໄຮ່ປາກງື່ມ ນະຄອນຫຼວງວຽງຈັນ).


.ເບື້ອງຕົ້ນເຈົ້າໜ້າທີ່ໄດ້ພົບຊາຍສອງຄົນຂີ່ເຮືອອອກຈາກຝັງ ມຸ່ງໜ້າຂ້າມຫາຝັ່ງລາວເຈົ້າໜ້າທີ່ຈຶ່ງເຂົ້າກວດ ແລະ ພົບເຫັນສິ່ງຂອງຜິດກົດໝາຍ 2 ເປົາ.


ເປັນຢາບ້າ 410.000 ເມັດແຕ່ບໍ່ສາມາດຈັບຜູ້ສົ່ງຢາດັ່ງກ່າວນີ້ໄດ້.
ທີ່ມາ: ລາວພັດທະນາ.