ມີເລື່ອງລາວໜ້າເປັນຫ່ວງ ຫຼັງວິກິດນ້ຳມັນຢູ່ປະເທດເຮົາທີ່ເຫັນຫຼາຍໆຄົນນຳເອົາກະຕຸກນ້ຳດື່ມ 20 ລິດໄປຊື້ນ້ຳມັນ ອັນນັ້ນແມ່ນຄວາມວິຕົກກັງວົນ ແລະຈຳເປັນຂອງບຸກຄົນບໍ່ວ່າກັນ ແຕ່ຫຼັງໃຊ້ແລ້ວສົ່ງຕຸກຄືນໃຫ້ບໍລິສັດນ້ຳດື່ມໂດຍບໍ່ບອກບໍກ່າວ ບໍລິສັດນ້ຳດື່ມເອົາໄປຮ່າຍນ້ຳໃສ່ເລີຍ ເພື່ອຂາຍຕໍ່ອັນນີ້ອັນຕະລາຍຫຼາຍ.

ຂ່າວລາຍງານວ່າ ການເອົາຕຸກນ້ຳ ຕຸກພາລາສຕິກ ໄປໃສ່ນ້ຳມັນກໍ່ຖືວ່າການນຳໃຊ້ບໍ່ຖືກຈຸດປະສົງແລ້ວ ຍັງມີປະຊາຊົນຈຳນວນໜຶ່ງນຳເອົາຕຸກນ້ຳດື່ມ 20 ລິດໄປໃສ່ນ້ຳມັນແລ້ວຍັງສົ່ງຄືນທາງໂຮງງານນ້ຳດື່ມ ຖ້າຫາກທາງໂຮງງານບໍ່ຮູ້ແລ້ວນຳໄປຮ່າຍນ້ຳເລີຍ ຫຼື ເຖິງຈະຮູ້ແລະ ລ້າງດີຊຳໃດກໍ່ຍັງມີຄາບນ້ຳມັນຕິດຢູ່ ເມື່ອດື່ມນ້ຳຈາກຕຸກນັ້ນມັນຈະສົ່ງຜົນເສຍຕໍ່ສຸຂະພາບຜູ້ດື່ມຢ່າງຫຼີກລ່ຽງບໍ່ໄດ້.

ຕາມລາຍງານຢູ່ເມືອງໃຫມ່ ແຂວງຜົ້ງສາລີ ມີປະຊາຊົນ ຫລື ລູກຄ້າ ນຳເອົາຕຸກ ນ້ຳດື່ມໄປໃສ່ນ້ຳມັນ ແລ້ວໄປສົ່ງຄືນໂຮງງານ, ໂດຍທີຕຸກດັ່ງກາວນັ້ນບໍ່ ສາມາດນຳມາໃຊ້ນ້ຳ ຄືນອິກແລ້ວ, ນັ້ນໝາຍຄວາມວ່າໂຮງງານໄດ້ກວດກາຕຸກກ່ອນບັນຈຸນ້ຳຖືເປັນສິ່ງທີ່ດີ ແຕ່ຖ້າບໍລິສັດໃດບໍໄດ້ກວດກາຕຸກແລ້ວຮ່າຍນ້ຳໃສ່ເລີຍນີ້ຈະເປັນແນວໃດ.

ເຊື່ອວ່າເຫດການເອົາຕຸກນ້ຳດື່ມໄປໃສ່ນ້ຳມັນແມ່ນເກີດຂຶ້ນຢູ່ຫຼາຍຈຸດ ອັນສຳຄັນຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນທີ່ໄດ້ກະທຳການແບບນັ້ນຈົ່ງຢ່າສົ່ງຄືນຕຸກໃຫ້ໂຮງງານອີກ ແລະຍອມຈ່າຍເງິນເພື່ອເປັນການແລກປ່ຽນ ດີກວ່າສົ່ງຄືນໂດຍບໍບອກກ່າວແລ້ວໄປສ້າງຜົນຂ້າງຄຽງຕໍ່ຊີວິດຂອງເພື່ອນຮ່ວມຊາດຄົນອື່ນໆ.
