ແຈ້ງການ ເລກທີ689 ພ|ນ ຄໍາມ່ວນ, ວັນທີ 16 ພຶດສະພາ2022ຮຽນ: ບັນດາພະແນກການ-ອົງການທຽບເທົ່າຂັ້ນແຂວງ ແລະ 10 ເມືອງຂອງ ແຂວງຄໍາມ່ວນ ທີ່ເຄົາລົບ ແລະ ນັບຖື.
– ບັນດານັກສຶກສາທີ່ຮຽນຈົບວິຊາສະເພາະ ລະດັບຊັ້ນສູງຂຶ້ນໄປ. ເລື່ອງ: ຮັບສະຫມັກສອບເສັງເອົາລັດຖະກອນໃຫມ່ ປະຈໍາປີ 2022
– ອີງຕາມ ຂໍ້ຕົກລົງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ລົງວັນທີ່ 17 ມີນາ 2022 ວ່າດ້ວຍການແບ່ງປັນຕົວເລກລັດຖະກອນໃຫມ່ ປີ 2022;
– ອີງຕາມ ຂໍ້ຕົກລົງ ຂອງລັດຖະມົນຕີກະຊວງພາຍໃນ ສະບັບເລກທີ 590/ພນ, ລົງວັນທີ່ 15 ພະຈິກ 2018 ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງພະແນກພາຍໃນແຂວງ ແລະ ນະຄອນຫຼວງ;
– ອີງຕາມ ຄໍາແນະນໍາ ສະບັບເລກທີ 02/ພນ, ລົງວັນທີ 04 ເມສາ 2022 ວ່າດ້ວຍການຈັດຕັ້ງປະຕິບັດຂໍ້ຕົກລົງວ່າດ້ວຍການແຜ່ຕົວເລກລັດຖະກອນໃຫມ່ ປີ 2022.
ພະແນກພາຍໃນແຂວງ ຕາງຫນ້າຄະນະຮັບຜິດຊອບ ການແບ່ງຕົວເລກລັດຖະກອນໃຫມ່ ປະຈໍາປີ 2022 ຂໍຖືເປັນກຽດແຈ້ງມາຍັງບັນດາພະແນກການ-ອົງການທຽບເທົ່າຂັ້ນແຂວງ, ຂັ້ນເມືອງ 10 ເມືອງ ແລະ ບັນດາ ນັກຮຽນ, ນັກສຶກສາທີ່ຮຽນຈົບວິຊາສະເພາະ ຊາບວ່າດັ່ງນີ້:
ແຂວງຄໍາມ່ວນຈະເປີດຮັບສະຫມັກສອບເສັງເອົາ ລັດຖະກອນໃຫມ່ ປະຈໍາປີ 2022. ສໍາລັບຜູ້ເຂົ້າຮ່ວມສອບເສັງເອົາໂຕເລກລັດຖະກອນໃຫມ່ ມີເງື່ອນໄຂ ແລະ ຮຽນຈົບວິຊາສະເພາະສາຂາວິຊາ ດັ່ງນີ້:
1. ສາຂາວິຊາທີ່ຕ້ອງການ.
1. ວິທະຍາສາດການເມືອງ.
2. ກົດຫມາຍ.
3. ພາສາລາວ-ວັນນະຄະດີ.
4. ເສດຖະສາດການເມືອງ.5. ບໍລິຫານທຸລະກິດ.
6. ໄອທີ.7. ການພັດທະນາຊຸມຊົນ.
8, ການເງິນ-ທະນາຄານ.
ເງື່ອນໄຂຜູ້ສະຫມັກ:
1. ເປັນຄົນສັນຊາດລາວໂດຍກໍານົດ ຫຼື ຜູ້ທີ່ໄດ້ຮັບສັນຊາດລາວແຕ່ 3 ປີຂຶ້ນໄປ;
2. ມີອາຍຸ 18 ປີ ຂຶ້ນໄປ; ແຕ່ບໍ່ເກີນ 35 ປີ;
3. ເປັນຜູ້ທີ່ເຫັນພ້ອມນໍາລະບອບການເມືອງ ປະຊາທິປະໄຕ ປະຊາຊົນ;
4. ເປັນພົນລະເມືອງດີ, ມີຄຸນສົມບັດດີ ບໍ່ເຄີຍຖຶກສານປະຊາຊົນຕັດສິນລົງໂທດ, ຕັດອິດສະຫຼະພາບໃນ – ສະຖາກະທໍາຜິດໂດຍເຈດຕະນາ, ບໍ່ເຄີຍຖືກປະຕິບັດວິໄນໄລ່ອອກຈາກອົງການຈັດຕັ້ງຂອງລັດ ຫຼື ອອກຈາກລັດວິສາຫະກິດ ແລະ ວິສາຫະກິດເອກະຊົນ ໂດຍມີຄວາມຜິດທາງວິໄນ;
5. ມີປະຫວັດການກໍາເນີດ, ການເຄື່ອນໄຫວຂອງຕົນເອງ ແລະ ຄອບຄົວຈະແຈ້ງ;
7. ສຸຂະພາບແຂງແຮງດີ. – ເປີດຂາຍຄໍາຮ້ອງເລິ່ມແຕ່ ວັນທີ 18 ພຶດສະພາ 2022 ເປັນຕົ້ນໄປ.
– ສອບເສັງ ວັນທີ່ 30 ພຶດສະພາ 2022, ສະຖານທີ່ຫ້ອງປະຊຸມ 3 ຂອງຫ້ອງວ່າການແຂວງ. ທ່ານໃດສົນໃຈ ຕິດຕໍ່ພົວພັນຊື້ຄໍາຮ້ອງສະຫມັກສອບເສັງໄດ້ທີ່ ພະແນກພາຍໃນແຂວງຄໍາມ່ວນ.ດັ່ງນັ້ນ, ຈຶ່ງແຈ້ງມາເພື່ອຊາບ ແລະ ຈັດຕັ້ງປະຕິບັດ.
ແຈ້ງການ.

