ໃຜຫຼິ້ນ? ເຟສ “ແຕງໂມ” ເຄື່ອນໄຫວ.

ເອີ້ນໄດ້ວ່າ ເຮັດເອົາງົງກັນໄປທັງໂຊຊຽວເລີຍທີດຽວ ເມື່ອຢູ່ໆ ເຟສບຸ໊ກຂອງນັກສະແດງສາວ ແຕງໂມ ນິດາ ກໍ່ໄດ້ມີການເຄື່ອນໄຫວອີກຄັ້ງ.

ດ້ວຍການໂພສຮູບພາບພ້ອມຂຽນແຄັບຊັ່ນປິດສະໜາຖິ້ມທ້າຍໄວ້

ເຊິ່ງຮູບພາບທີ່ຖືກໂພສດັ່ງກ່າວ ເປັນພາບຂອງຍິງສາວທີ່ຢືນຫັນຫຼັງໂບກມືຢູ່ເທິງເຮືອກາງແມ່ນ້ຳເຈົ້າພະຍາ

ໂດຍມີປະໂຫຍກວ່າ “ຂ້ອຍຖືກທຳຮ້າຍຈາກເພື່ອນທີ່ເຮົາຮັກແລະໄວ້ໃຈ”
ຈາກນນັ້ນຮູບພາບດັ່ງກ່າວຖືກແຊຣ໌ອອກໄປຢ່າງລົ້ນຫຼາມພາຍໃນໄລຍະເວລາບໍ່ຈັກນາທີ່ລວມໄປເຖິງແຟນໆ

ທີ່ເຂົ້າມາຄອມເມັ້ນກັນຖະຫຼົ່ມທະລາຍ ເຊິ່ງສ່ວນໃຫຍ່ຕ່າງຕັ້ງຄຳຖາມໄວ້ວ່າ…
ໃຜເປັນຄົນລ໋ອກອິນເຟສບຸ໊ກຂອງ ແຕງໂມ ແລະ ເຄື່ອນໄຫວເລື່ອງລາວທັງໝົດຂຶ້ນອີກຄັ້ງ.