ເກີດໄຟໄໝ້ໂຮງກັ່ນນ້ຳມັນແຫ່ງໃຫຍ່ ຢູ່ ສ.ເກົາຫລີ ເສຍຫາຍຢ່າງໜັກ.

ຂປລ.ສຳນັກຂາວ ຢອນຮັບ (Yonhap) ຂອງ ສ.ເກົາຫລີ,ເມື່ອບໍ່ດົນມານີ້ ເຈົ້າໜ້າທີ່ ດັບເພີງ ເມືອງອຸລຊານ ທາງຕາເວັນອອກ ສ່ຽງໃຕ້ ຂອງ ສ.ເກົາຫລີ ແຈ້ງວ່າ:ເກີດໄຟໄໝ້ ໂຮງກັ່ນ ນ້ຳມັນ ແຫ່ງໃຫຍ່ ໃນປະເທດ ເຮັດໃຫ້ມີ ຜູ້ເສຍຊີວິດ ຢ່າງໜ້ອຍ 1ຄົນ ແລະ ບາດເຈັບ ອີກ 9ຄົນ ໄດ້ນຳສົ່ງໄປ ໂຮງໝໍແລ້ວ ຫລັງຈາກ ຜູ້ຮັບເໝົາ ທັງໝົດ 10ຄົນ.

ພວມສ້ອມແປງ ທໍ່ໃນໂຮງກັ່ນ ນ້ຳມັນ Onsan ຂອງ S-Oilຊຶ່ງເປັນໂຮງກັ່ນ ແຫ່ງໃຫຍ່ ອັນດັບ 3 ຂອງປະເທດ.ຂະນະ ເກີດເຫດ ມີຄົນງານ ເຮັດວຽກ ຢູ່ທັງໝົດ 26ຄົນ ໃນນີ້ 14ຄົນ ເປັນພະນັກງານ ບໍລິສັດS-Oil, ເຊິ່ງມີ Saudi Aramco ເປັນຫຸ້ນສ່ວນໃຫຍ່.

ໂຮງກັ່ນ ນ້ຳມັນ ແຫ່ງນີ້ ມີກຳລັງ ການຜະລິດ 669.000 ຖັງຕໍ່ວັນ ຢູ່ຫ່າງຈາກ ນະຄອນຫລວງ ເຊອຸນ ໄປທາງ ຕາເວັນອອກ ສ່ຽງໃຕ້ 380 ກິໂລແມັດ.ປັດຈຸບັນ ເຈົ້າໜ້າທີ່ ກ່ຽວຂ້ອງ ພວມສືບສວນ ສອບສວນ ຫາສາເຫດ ທີ່ເກີດຂຶ້ນ ໃນຄັ້ງນີ້./. (ພາກຂ່າວ: ຕ່າງປະເທດ) ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ.