ຊົມເຊຍ ນັກກິລາລາວຄວ້າຫຼຽນຄໍາທີ 2 ໃຫ້ທີມຊາດລາວ ຈາກກິລາໂວວິນາມ ປະເພດຟ້ອນກະບອງ.

ໄພລັດ ທຳມະວົງສາ ນັກກິລາໂວວິນາມລາວ ປະເພດຟ້ອນກະບອງ ຄວ້າຫຼຽນຄໍາທີ 2 ໃຫ້ທັບນັກກິລາລາວ ໃນຊີເກມ 31, ຫຼຽນເງິນ ນັກກິລາຈາກມຽນມາ, ຫຼຽນທອງຮ່ວມ ນັກກິລາຈາກກຳປູເຈຍ ແລະ ອິນໂດເນເຊຍ.

ໄພລັດ ຄວ້າຫຼຽນຄຳທີ 2 ຂອງທັບນັກກິລາໂວວິນາມລາວ ຕໍ່ຈາກປະເພດຄູ່ຍິງ ປະກອບອາວຸດ.

ວັນນີ້ວັນດີ 21 ພຶດສະພາ 2022, ປວງຊົນລາວທັງຊາດຍິນດີຕ້ອນຮັບຫລຽນຄໍາຫລຽນທີ 02 ຈາກກິລາວໍວິນາມ (ນະຄອນຫຼວງຮາໂນຍ ຊີເກມ 31, ທ້າວ ໄພລັດ ທຳມະວົງສາ (Pailath Thammavongsa) ປະເພດສະແດງກະບອງ)

ຫລຽນຄຳທີ 2 ຂອງ ສປປ ລາວ ໄດ້ມາແລ້ວ ໃນຊີເກມ ຄັ້ງທີ 31 ຈາກກິລາ ໂວວີນາມ (ຫວໍຫວຽດນາມ) ຈາກ ທ້າວ ໄພລັດ ທຳມະວົງສາ ປະເພດຟ້ອນຊາຍດ່ຽວ ປະກອບອາວຸດໄມ້ຄະທາ.

Related Posts

Leave a Reply

Your email address will not be published. Required fields are marked *