ປກສ ນະຄອນໄກສອນຈັບຕົວຊາຍຫນຸ່ມຂາຍຢາເສບຕິດ 700.000 ກວ່າເມັດ.
ໃນວັນທີ 13/5/2022 ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ-ຕ້ານຢາເສບຕິດ ປກສ ນະຄອນໄກສອນ ໄດ້ອອກເຄື່ອນໄຫວປະຕິບັດໜ້າທີ່ວິຊາສະເພາະຕິດຕາມເປົ້າໝາຍຄ້າ-ຂາຍຢາເສບຕິດ ໃນຂອບເຂດນະຄອນໄກສອນພົມວິຫານ ສາມາດຈັບເປົ້າຫມາຍ 1 ຄົນ ພ້ອມຢາບ້າ 700.000 ກວ່າເມັດ.
ເຈົ້າຫນ້າທີ່ໃຫ້ຂໍ້ມູນວ່າ : ໃນເວລາປະມານ 13:00 ໂມງ ຂອງວັນທີ 13.5.2022 ເຈົ່າຫນ້າທີ່ ເຄື່ອນໄຫວຮອດເຂດບ້ານຫົວເມືອງໃຕ້ ໄດ້ພົບເຫັນເປົ້າໝາຍຄ້າ-ຂາຍຢາເສບຕິດ, ເຈົ້າໜ້າທີ່ພວກເຮົາຈຶ່ງໄດ້ສະແດງຕົວເຂົ້າຈັບກຸມ, ເມື່ອເປົ້າໝາຍເຫັນເຈົ້າໜ້າທີ່ກໍ່ໄດ້ເອົາຕົວຫຼົບໜີ ແລ້ວຖິ້ມເຄື່ອງຂອງກາງໄວ້ໃນສະຖານທີ່ດັ່ງກ່າວ.
ຜ່ານການກວດກາຕົວຈິງພົບເຫັນຢາເສບຕິດ (ຢາບ້າ) ຈໍານວນ 3 ມັດ ເທົ່າກັບ 6.000 ເມັດ, ຈາກນັ້ນ ເຈົ້າໜ້າທີ່ຈຶ່ງໄດ້ສຸມກໍາລັງຕິດຕາມຊອກຄົ້ນຫາເປົ້າໝາຍດັ່ງກ່າວເພື່ອຈັບກຸມຕົວມາດໍາເນີນຄະດີຕາມລະບຽບກົດໝາຍ.
ມາຮອດເວລາປະມານ 20:00 ໂມງຂອງວັນດຽວກັນ ຈຶ່ງສາມາດຈັບຕົວເປົ້າໝາຍດັ່ງກ່າວໄດ້ ເຊິ່ງມີຊື່ທ້າວ ໄຊສົມພອນ ຫຼື ບອຍ ອາຍຸ 26 ປີ, ວ່າງງານ, ບ້ານລັດຕະນະລັງສີເໜືອ.
ນະຄອນໄກສອນພົມວິຫານ ພ້ອມທັງທໍາການກວດຄົ້ນຕົວຂອງຜູ້ກ່ຽວໄດ້ພົບເຫັນຢາອີ ຈໍານວນ 16 ເມັດ ຊຸກເຊື່ອງໄວ້ໃນຖົງໂສ້ງທາງເບື້ອງຂວາ, ມີໂທລະສັບມືຖືຍີ່ຫໍ້ຊໍາຊຸງ A72 ສີດໍາ 1 ໜ່ວຍ.
ຈາກນັ້ນ, ຈຶ່ງໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງນໍາຕົວຜູ້ກ່ຽວໄປກວດຄົ້ນເຄຫະສະຖານບ່ອນທີ່ຜູ້ກ່ຽວພັກອາໄສຢູ່ບ້ານຫົວເມືອງໃຕ້ ຜ່ານການກວດຄົ້ນຫ້ອງນອນຂອງຜູ້ກ່ຽວໄດ້ພົບເຫັນສິ່ງທີ່ຜິດຕໍ່ລະບຽບກົດໝາຍຄື:
ຢາເສບຕິດ (ຢາບ້າ) ຈໍານວນ 378 ມັດ ກັບອີກ 78 ເມັດ ເທົ່າກັບ 756.078 ເມັດ, ຢາອີ ຈໍານວນ 4 ຖົງ ເທົ່າກັບ 361 ເມັດ, ອາວຸດປືນສັ້ນ 1 ກະບອກ ພ້ອມລູກກະສຸນຈໍານວນ 60 ລູກ.
ລວມເຄື່ອງຂອງກາງທັງໝົດທີ່ຢຶດໄດ້ມີຢາບ້າ 381 ມັດ ກັບອີກ 78 ເມັດ ເທົ່າກັບ 762.078 ເມັດ, ຢາອີ 377 ເມັດ, ປືນສັ້ນ 1 ກະບອກ ພ້ອມກະສຸນ 60 ລູກ ແລະພາຫະນະລົດຈັກຍີ່ຫໍ້ຮອນດ້າ ລຸ້ນສະກຸບປີ້ໄອສີຄີມ 1 ຄັນ.