ລົງທຶນກັບສິ່ງທີ່ໝັ້ນຄົງ ສອນລູກອອມເງິນ ສ້າງວິໄນໃຫ້ລູກ.

#ອອມກ່ອນລວຍກວ່ານີ້ເປັນບົດຂຽນ ຂອງພໍ່ທີ່ບໍລິຫານຈັດການເງິນໃຫ້ລູກສາວ ຊື່ ອາລິສາ ອາຍຸ 5 ປີ ໄດ້ເງິນໄປໂຮງຮຽນມື້ລະ 30,000 ກີບ ຈາກການເຂົ້າໄປຫາປູ່ກັບຍ່າຕອນເຊົ້າ ເລົ່າບັ້ງສູດ.

ຕອນນີ້ຈາກເງິນກິນເຂົ້າຫນົມ ນ້ອງສາມາດມີຄຳໄດ້ເກືອບ 4 ບາດ ເປັນມູນຄ່າກວ່າ 50 ລ້ານກີບ ບໍ່ແມ່ນນ້ອງເກັບເງິນໄດ້ຫລາຍຢ່າງດຽວ.

ແຕ່ພໍ່ແມ່ຕ້ອງຮູ້ຈັກເກັບມ້ຽນເງິນໃຫ້ລູກໆຢ່າງຖືກຕ້ອງ! ທີ່ສາມາດປ້ອງກັນເງິນເຟີ້ໄດ້ດີ ແທນທີ່ນ້ອງຈະເກັບເງິນໄດ້ 30 ລ້ານ ນ້ອງກໍມີເງິນເກັບ 50 ກວ່າລ້ານແລ້ວ ຂ້າພະເຈົ້າເລຶອກລົງທຶນ ແລະ ອອມຄຳໃຫ້ລູກ.

ລອງຄິດເບິ່ງຖ້ານ້ອງເກັບເງິນໄດ້ 200 ລ້ານ ແລະ ອີກ 20 ປີຕ້ອງໄດ້ໃຊ້ ເງິນ 200 ລ້ານໃນມື້ນິ້ຈະເຫລືອມູນຄ່າເທົ່າໃດ ເມື່ອລູກທ່ານຄົບຮອບ 25 ປີ.

——————————ລິ້ທີ່ມາ: https://www.facebook.com/alex.phamisith/posts/10158899930313348