ແຫຼ່ງທ່ອງທ່ຽວ ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ “ຕະຫຼາດຮີດຄອງປະເພນີ”

ເຫັນແລ້ວຕື່ນຕາຕື່ນໃຈ ງົດງາມຫຼາຍ ຕະຫຼາດຮີດຄອງປະເພນີ ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ທີ່ເພິ່ນກໍາລັງກໍ່ສ້າງ ເຊິ່ງໂຄງການທີ່ສຳຄັນໃນການກໍ່ສ້າງຕົວເມືອງຂອງເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ໃນອະນາຄົດ.

ໂດຍມີຈຸດປະສົງເພີ່ມທະວີໃຫ້ມີແຫຼ່ງທ່ອງທ່ຽວພາຍໃນເຂດເສດຖະກິດພິເສດ ແລະ ປະເທດລາວເຮົາ ໃຫ້ມີສະຖານທີ່ທ່ອງທ່ຽວຫຼາຍຂຶ້ນກວ່າເດີມ.

ງົບປະມານໃນການກໍ່ສ້າງສູງເຖິງ 100 ກວ່າລ້ານໂດລາສະຫະລັດ, ມີເນື້ອທີ່ກໍ່ສ້າງທັງໝົດ 7 ເຮັກຕາ, ໂຄງການນີ້ໄດ້ເລີ່ມລົງມືກໍ່ສ້າງໃນຕົ້ນປີ 2021 ແລະ ຄາດວ່າຈະສ້າງສຳເລັດພາຍໃນປີ 2022 ນີ້.

ຈະເປັນສະຖານທີ່ທ່ອງທ່ຽວແຫ່ງໃໝ່ຂອງເຂດເພື່ອຮອງຮັບນັກທ່ອງທ່ຽວທັງພາກພື້ນ-ສາກົນ ທີ່ຈະເຂົ້າມາທ່ຽວຊົມໃນອານາຄົດ.

..


ຂໍ້ມູນຂ່າວ: ຫ້ອງການຂໍ້ມູນຂ່າວສານເຂດເສດຖະກິດພິເສດ ສາມຫຼ່ຽມຄຳ