ຜູ້ນີ້ເວົ້າກໍບໍ່ຖືກເດີທີ່ວ່າຢາກໃຫ້ບຸກຄົນຈ້າງຄົນທີ່ມີຄວາມຮູ້ຄວາມສາມາດ.
ຄົນບ້າ,ຄົນທຸກຈົນແລະຄົນບໍ່ເຕັມຈິດກໍມີປາກມີທ້ອງຄືກັນກໍຍັງດີກວ່າພວກທີ່ມີມືມີຕີນຄົບເປັນຄົນປົກກະຕິແຕ່ກັບໄປຫາເລາະຂໍທານກິນແລະອີກຢ່າງ
ຄົນບ້າຫລືບໍ່ເຕັມຈິດຄືສາວພອນກໍບໍ່ໄດ້ໄປສ້າງຄວາມເດືອດຮ້ອນໃຫ້ໃຜ,ບໍ່ໄດ້ໄປຂີ້ລັກຫລືປຸ້ນຈີ້ຄົນອື່ນແຕ່ສິ່ງທີ່ເຂົາເຮັດແມ່ນເຮັດຕາມບໍລິສຸດໃຈເຮັດຕາມຕົກລົງກັນໄດ້ເປັນຄວາມຕອບແທນເຊິ່ງກັນແລະກັນດ້ວຍຄວາມເຕັມໃຈ.
ເລື່ອງທີ່ວ່າຈ້າງຄົນບ້າຫລືຄົນຫລືຄົນທຸກຈົນບໍ່ເຕັມນັ້ນບໍ່ແມ່ນປະເດັ່ນເພາະບາງທີ່ເຂົາມີໃຈເມດຕາທີ່ຢາກຊ່ວຍເຫລືອຄົນທຸກຈົນຫລືຄົນບ້າຫລືຄົນບໍ່ເຕັມກໍເປັນໄດ້,ການຊ່ວຍເຫລືອກັນດ້ວຍຂໍ້ແລກປ່ຽນກໍເປັນສິ່ງຫນຶ່ງທີ່ປະທັບໃຈແລະກຳລັງໃຈເຊິ່ງກັນແລະກັນ.
ແຕ່ຄວາມຄິດບາງຄົນຖ້າວ່າໃຜທຸກຈົນຫລືເປັນບ້າຫລືບໍ່ເຕັມແມ່ນໃຫ້ຕາຍຖິ້ມໂລດໂດຍບໍ່ໄດ້ຮັບການຊ່ວຍເຫລືອໃດໆນີ້ແມ່ນເປັນຈິດໃຈທີ່ສະແດງເຖິງຄວາມບໍ່ມີມະນຸດສະທຳ,ໃຈແຄບແລະບໍ່ມີຄວາມເມດຕາຕໍ່ມະນຸດດ້ວຍກັນ.
ເຖິງແມ່ນວ່າເຂົາເຈົ້າເປັນຄົນບ້າຫລືທຸກຈົນຫລືບໍ່ເຕັມແຕ່ເຂົາກໍບໍ່ໄດ້ໄປສ້າງຄວາມເດືອດຮ້ອນໃຫ້ໃຜແລະເຂົາກໍບໍ່ໄດ້ໄປຂີ້ລັກຫລືປູ້ນຈີ້ເອົາຂອງຜູ້ໃດ.
ຄວາມຄິດຂອງຄົນລາວເຮົາບາງຈຳນວນຍັງບໍ່ໄດ້ຮັບການພັດທະນາທີ່ເປັນສາກົນເທື່ອສະນັ້ນຈຶ່ງຈົມປັກກັບຄວາມຄິດທີ່ບໍ່ເຫັນແກ່ຄົນທີ່ດ້ອຍກວ່າຕົນ.
ບາດໂຮງຫມໍຈີນໃນລາວທີ່ຈ້າງຄົນບໍ່ໄດ້ຮຽນຈົບມາເປັນແພດເດຄືບໍ່ໄປເວົ້າໃຫ້ເຂົາແນ່ວ່າບໍ່ສົ່ງເສີມຄົນທີ່ຮຽນຈົບ.
ເຫດຜົນທີ່ຄົນຈີນຈ້າງຄົນຮຽນບໍ່ຈົບຫລືບໍ່ໄດ້ຮຽນແຕ່ອາໄສການຝືກສອນ-ປະຕິບັດຕົວຈິງນັ້ນແມ່ນສ່ວນຫນຶ່ງທີ່ເຮັດໃຫ້ຄົນຈີນຈ່າຍຄ່າຈ້າງບໍ່ແພງສ່ວນລາວເຮົາມີແຕ່ປອ ແຕ່ວຽກງານບໍ່ໄປບໍ່ມາແຖມຍັງຄ່າຈ້າງແລະຄ່າໃຊ້ຈ່າຍສູງອີກ.
ທີມາ.
