ຮູ້ຫຼືຍັງ ຂໍ່ນິ້ວມື ສາມາດບອກເຖິງນິໃສຂອງເຮົາໄດ້ ນິ້ວມືຂອງທ່ານເປັນແບບໃດ? ອ່ານແລ້ວຝາກແຊຕໍ່ ສາທຸ.

ຮູ້ແລ້ວບໍຂໍ້ນິ້ວມືສາມາດບອກເຖິງນິໃສຂອງເຮົາໄດ້

ນິ້ວມືຂອງທ່ານເປັນແບບໃດ?#ອ່ານແລ້ວຝາກແຊຕໍ່

1. ທ່ານມີປາຍນິ້ວກ້ອຍຕໍ່າກວ່າຂໍ້ນິ້ວນາງ:ທ່ານມີປາຍນິ້ວກ້ອຍຕໍ່າກວ່າຂໍ້ນິ້ວນາງ ບົ່ງບອກວ່າທ່ານເປັນຄົນໂຣແມນຕິກ ໃສ່ໃຈຄົນອ້ອນຂ້າງທຸກຄົນທີ່ຕົວເອງຫາກພົບກັບຄົນແປກໜ້າມັກຈະງຽບບໍ່ຄ່ອຍເວົ້າປານໃດ ຈົນຄົນອື່ນເຂົ້າໃຈວ່າເປັນຄົນຫຍິ່່ງ ແຕ່ເລິກໆແລ້ວຖ້າໄດ້ສະໜິດນຳຈະເປັນຄົນທີ່ເຂົ້າກັບຄົນອື່ນໄດ້ງ່າຍຫຼາຍ.ຫາກມີຄວາມສຸກມັກຈະເວົ້າຕະຫຼອດເວລາ ເວົ້າບໍ່ເຊົາ ແຕ່ຖ້າຫາກເສົ້າຫຼືບໍ່ມີຄວາມສຸກ ທ່ານຈະມັກຢູ່ຄົນດຽວໃນມູມທີ່ໃຜກໍ່ເຂົ້າຫາບໍ່ໄດ້ ເກັບຄວາມລັບ ເກັບຄວາມຮູ້ສຶກເກັ່ງ.

ມັກຈະເປີດເຜີຍເລື່ອງສ່ວນຕົວ ແບ່ງປັນຄວາມທຸກ ແລະ ສຸກໃຫ້ກັບຄົນທີ່ໃກ້ຊິດແລະສະໜິດເທົ່ານັ້ນ ຈົນເບິ່ງເປັນຄົນທີ່ເຂັ້ມແຂງອົດທົນ ແຕ່ນັ້ນກັບໃຫ້ຄົນຮອບຂ້າງເຂົາເຖິງຕົວຕົນແທ້ໆຂອງທ່ານໄດ້ຍາກຫລາຍ.

2. ທ່ານມີປາຍນິ້ວກ້ອຍສູງກວ່າຂໍ້ນິ້ວນາງ:ທ່ານມີປາຍນິ້ວກ້ອຍສູງກວ່າຂໍ້ນິ້ວນາງ ບົງບອກເຖິງທ່ານເປັນນັກສູ້ນັກວາງແຜນທີ່ດີ ມັກເຮັດວຽກໜັກ ແຖມຍັງເປັນຄົນໃຈກວ້າງ ບໍ່ຄິດເລື່ອງນ້ອຍ ມັກຈະສື່ອາລົມພາຍໃນໃຈທີ່ເກັບໄວ້ຜ່ານທາງສີໜ້າ ແລະແວວຕາ.

ຮູ້ຈັກບຸນຄຸນຄົນ ຫາກໃຜຍື່ນມືເຂົ້າມາຊ່ວຍເຫຼືອກໍ່ພະຍາຍາມຕອບແທນຕະຫຼອດ ມັກທີ່ຈະສູ້ກັບບັນຫາ ໃຜດີມາກໍ່ດີກັບ ໃຜຮ້ານມາກໍ່ຮ້າຍກັບ ຖືວ່າເປັນນັກສູ້ຈາກທຳມະຊາດຢ່າງແທ້ຈິງ.

3. ທ່ານມີປາຍນິ້ວກ້ອຍສະເໝີຂໍ້ນິ້ວນາງ:ທ່ານມີປາຍນິ້ວກ້ອຍສະເໝີຂໍ້ນິ້ວນາງ ບົ່ງບອກວ່າທ່ານເປັນຄົນທີ່ເບິ່ງເປັນມິດ ອົບອຸ່ນ ສະບາຍໆ ເປັນຕົວຂອງຕົວເອງ ເບິ່ງອັດທະຍາໃສດີ ມັກມ່ວນຊື່ນເຮຮາຕໍ່ໜ້າທຸກຄົນ ແຕ່ເລິກໆແລ້ວມີຄວາມເຫງົາໃນໃຈ ຫລາຍເທື່ອເຮັດໃຫ້ທ່ານຮູ້ສຶກຢູ່ຄົນດຽວໃນໂລກກວ້າງ ແລະ ມັກຈະແບກຄວາມເຫງົາໄວ້ໃນໃຈເລິກໆຄົນດຽວງຽບໆ.

ດ້ວຍເຫດນີ້ກຸ່ມຄົນປະເພດນີ້ຈິ່ງຈັດເປັນບຸກຄົນທີ່ມີຄວາມອົດທົນສູງຫຼາຍ ພາຍນອກເບິ່ງເຂັ້ມແຂງ ເຫັນອົກເຫັນໃຈ ແຄຄວາມຮູ້ສຶກຄົນອື່ນຢູ່ສະເໝີ ແຕ່ເລິກໆແລ້ວກັບເປັນຄົນຂີ້ອາຍ ຢ້ານຄວາມລົ້ມເຫຼວ ແຕ່ແນວໃດກໍ່ພ້ອມສູ້ກັບສິ່ງຕ່າງໆ ຢ່າງກະຕືລືລົ້ນ.

Related Posts

Leave a Reply

Your email address will not be published. Required fields are marked *