ສູດເດັດໆແລະງ່າຍ..!!! ຂັບໜີ່ວ ອອກເປັນກ້ອນ..ໆ ເດັດກ່ວາຢາແຜງອີກ ຊ່ວຍບຳລຸງໄຂ່ຫຼັງ , ປ້ອງກັນເບົາຫວານ ບໍ່ຕ້ອງເປືອງເງີນອີກຕໍ່ໄປ..!!!

ໃບຂະລູ່ເປັນທີ່ຮູ້ຈັກກັນດີເພາະບໍ່ແມ່ນພືດຜັກສວນຄົວກິນເປັນປະຈຳແຕ່ບາງພື້ນທີ່ໃຊ້ກັນມາຍາວນານໃນດ້ານການຮັກສາ ແລະ ເສີມສຸຂະພາບຂະລູ່ລັກສະນະຂອງຕົ້ນເປັນຕົ້ນນ້ອຍລຳຕົ້ນກົມສີນໍ້າຕານແດງຫຼືຂຽວ, ລຳຕົ້ນ ແລະ ກິ່ງກ້ານມີຂົນລະອຽດປົກຫຸ້ມຍອດ ແລະ ໃບດຽວ ສີຂຽວອ່ອນໃບກົມມົນປາຍ ດອກອອກເປັນຊໍ້ປະກອບດ້ວຍດອກນ້ອຍໆສີຂາວອົມມ່ວງ.

+ ວິທີໃຊ້ເປັນຍາແກ້ອາການຂັບຍ່ຽວ, ຂັບນີ່ວ, ຂັບປັດສະວະ, ບຳລຸງໄຂຫຼັງ1. ໃບຂະລູ່ແຫ້ງປະມານ 1 ກຳມືຫຼືຖ້າມີໃບສົດໃຊ້ປະມານ 3 ກຳມື2. ຖ້າເປັນໃບສົດໃຫ້ລ້າງໃຫ້ສະອາດ.

3. ຊອຍເປັນຕ່ອນນ້ອຍໆ4. ນຳໄປຕົ້ມກັບນໍ້າສະອາດ5.​ຕົ້ນໃຫ້ເຫຼືອປະມານເຄິ່ງລີດດ້ວຍໄຟອ່ອນ.

+ ວິທີກິນໃຫ້ແບ່ງກິນມື້ລະ 3 ເທື່ອ ກິນກ່ອນອາຫານເທື່ອລະ 1 ຖວຍຊາ ( 75 ມິນລິລິດ ) ຫຼືສະດວກຈະເຮັດເປັນຊາໄວ້ຊົງກິນກະໄດ້.* ວິທີເຮັດເປັນຊາຈາກໃບຂະລູ່.

– ນໍາໃບຂະລູ່ສົດມາລ້າງໃຫ້ສະອາດ– ນໍາໃບຂະລູ່ຊອຍໃຫ້ເປັນຕ່ອນນ້ອຍໆຄືກັບຊາ– ເກັບໄວ້ໃນກ່ອງອັດໃຫ້ແໜ້ນ.

+ ເຮັດແລ້ວກິນພາຍໃນ 4 ເດືອນ ເພາະຈະເຮັດໃຫ້ສານຢາເສື່ອມຄຸນນະພາບ ຕາມສູດໃຊ້ແກ້ລິດຊີດວງ, ຂັບນີ່ວ, ຂັບປັດສະວະອັກເສບ ເປັນຢາອາຍຸຍືນສະໝານພາຍໃນ ແລະ ພາຍນອກແກ້ໄຂ້, ໃບສົດແກ່ນຳມາຕຳແລ້ວບີບເອົານໍ້ານຳມາທາບ່ອນທີ່ເປັນລິດຊີດວງເຮັດໃຫ້ຫົວລິດຊີດວງຍຸບຫາຍໄປນຳໃບມາຕຳປະສົມກັບເກືອຮັກສາກິ່ນປາກ ແລະ ລະງັບກິ່ນໂຕ.

+ ໝໍແຜນບູຮານໃຊ້ໃບຂະລູ່ສົດໃຊ້ຮັກສາແຜທີ່ເກີດຕາອາການຊີ້ນຕາຍຫຼືເອົາໃບຂະລູ່ມາຊົງຊາຫຼືຕົ້ມເພື່ອໃຊ້ຮັກສາອາການນີ່ວໄຂ່ຫຼັງ ( ຢາຂັບປັດສະວະ ) ອາການອັກເສບ, ອາການປວດຫຼັງ ແລະ ອາການຕົກຂາວ. ນອກຈາກນັ້ນໃບຂະລູ່ຍັງມີຊັບພະຄຸນອີກຫຼາຍຢ່າງເຊັ່ນ:

– ໃຊ້ເປັນຢາອາຍຸຍືນບຳລຸງປະສາດ– ທັງຕົ້ນນຳມາຕົ້ມກິນເປັນຢາຮັກສາໂລກເບົາຫວານ ສ່ວນໃບກໍ່ໃຊ້ຊົງດື່ມເປັນນໍ້າຊາກໍ່ມີຊັບພະຄຸນຊ່ວຍຮັກສາໂລກເບົາຫວານໄດ້ເຊັ່ນກັນ.

– ໃບໃຊ້ຊົງກິນແທນນໍ້າມີຊັບພະຄຸນຊ່ວຍຫຼຸດຄວາມດັນໃນເລືອດ

– ຊ່ວຍຮັກສາໄຂ້, ຊ່ວຍຂັບເຫື່ອ– ຕົ້ນມີລົດຊາດຫອມຝາດປົນເຄັມຊ່ວຍແກ້ນີ່ວໃນໄຂ້ຫຼັງ.

– ຊ່ວຍແກ້ອາການຕົກຂາວດ້ວຍການໃຊ້ໃບມາຕົ້ມກັບນໍ້າດື່ມເປັນຊາ– ຊ່ວຍຫຼຸດອາການບວມນໍ້າໄດ້.

– ໃບ ແລະ ຮາກສົດໃຊ້ຕຳຜອກແກ້ແຜອັກເສບໃບ ແລະ ຮາກໃຊ້ເປັນຂິ້ເຜິງສຳລັບທາຮັກສາແຜຊໍ້າເຮື້ອ.

+ ປະໂຫຍດຂອງໃບຂະລູ່1. ​ຍອດອ່ອນມີລົດຊາດມັນໃຊ້ກິນແບບສົດໆຈໍ້າກັບແຈ່ວ, ລາບ ແລະ ເຂົ້າປຸ້ນ ສ່ວນໃບອ່ອນນຳມາລວກ, ມາແກງ. ສ່ວນດອກນຳໄປຍຳກັບຊີ້ນ ແລະ ອື່ນໆ.

2. ​ໃບເມື່ອນຳມາຕາກໃຫ້ແຫ້ງຈະມີກິ່ນຫອມຄ້າຍຄືນໍ້າເຜິງ, ນຳມາຕົ້ມກັບນໍ້າດື່ມຫຼືຊົງແທນຊາຈະຊ່ວຍຫຼຸດນໍ້າໜັກໄດ້.3.​ ໃບສົດແກ່ນໍາມາຕຳປະສົມກັບເກືອໃຊ້ກິນຮັກສາກິ່ນປາກ ແລະ ຊ່ວຍລະງັບກິ່ນໂຕອີກດ້ວຍ.

Related Posts

Leave a Reply

Your email address will not be published. Required fields are marked *