ຂອບໃຈ ພະລັງໂຊຊຽວກໍເກີດຜົນ ປ້ຳນ້ຳມັນດັ່ງກ່າວໄດ້ຍົກເລີກກົດນັ້ນແລ້ວ.

ຈາກໂພສທີ່ອອກມາໃຫ້ຂໍ້ມູນວ່າ ປ້ຳນ້ຳມັນ ປຕທ ສີ່ແຍກທາດຫຼວງ ອອກກົດວ່າຕ້ອງຊື້ເຄື່ອງດື່ມ 100,000 ກີບກ່ອນຈຶ່ງສາມາດຕື່ມນ້ຳມັນໄດ້.

ຂ່າວກ່ອນໜ້າເຫດການນີ້: ແບບນີ້ກໍມີ! ປໍ້ານໍ້າມັນແຖວສີ່ແຍກທາດຫຼວງ ຕ້ອງຊື້ເຄື່ອງໃນອາເມຊອນຈຶ່ງໃຫ້ເຕີມນໍ້າມັນໃຫ້

ກາຍເປັນຫາງສຽງສັງຄົມໃນໂລກໂຊຊຽວ ເກີດສຽງວິພາກວິຈານກັນຢ່າງແຜ່ຫຼາຍເຖິງການຕະຫຼາດທີ່ສວຍໂອກາດໃນຍາມວິກິດແບບນີ້

ເຊິ່ງຫຼ້າສຸດ ພະລັງໂຊຊຽວກໍເກີດຜົນ ມີຜູ້ບໍລິໂພກໄດ້ອອກມາໃຫ້ຂໍ້ມູນໃນໂຊຊຽວວ່າ ປ້ຳນ້ຳມັນດັ່ງກ່າວໄດ້ຍົກເລີກກົດນັ້ນແລ້ວ ທຸກຄົນສາມາດໄປຕື່ມນ້ຳມັນໄດ້ແບບບໍ່ຕ້ອງຊື້ເຄື່ອງດື່ມກ່ອນໄດ້ແລ້ວ.

Related Posts

Leave a Reply

Your email address will not be published. Required fields are marked *