ໄບເດັນ ເຊັນຮັບຮອງກົດໝາຍໃຫ້ຢູເຄຼນຢືມເຊົ່າອາວຸດ.

ທ່ານໂຈ ໄບເດັນເຊັນຮັບຮອງ “ກົດໝາຍວ່າດ້ວຍການໃຫ້ຢືມເຊົ່າສະບັບໃໝ່” ຕໍ່ອູແກຣນ.

ເພື່ອສະໜອງອາວຸດໃຫ້ແກ່ອູແກຣນໂດຍໄວ ແລະ ບໍ່ມີຂີດຈຳກັດ, ວັນທີ 9 ພຶດສະພານີ້, ທ່ານໂຈ ໄບເດັນປະທານາທິບໍດີອາເມຣິກາໄດ້ເຊັນຮັບຮອງກົດໝາຍວ່າດ້ວຍການໃຫ້ຢືມເຊົ່າສະບັບໜຶ່ງ ເພື່ອສະໜັບສະໜູນອູແກຣນໃນການປ້ອງກັນປະເທດ.

ອີງຕາມກົດໝາຍສະບັບນີ້, ປະທານາທິບໍດີອາເມຣິກາສາມາດມອບສິດໃຫ້ລັດຖະບານອາເມຣິກາເຊົ່າ ຫຼື ຢືມວັດສະດຸປ້ອງກັນປະເທດໃຫ້ແກ່ລັດຖະບານອູແກຣນ ໃນສົກການເງິນປີ 2022 ແລະ 2023 ເຊິ່ງມີຈຸດປະສົງເລັ່ງລັດການຂົນສົ່ງອາວຸດໄປໃຫ້ອູແກຣນ ແລະ ບໍ່ໄດ້ຈຳກັດປະເພດຂອງອາວຸດ.

ແຕ່ວ່າ, ກົດໝາຍວ່າດ້ວຍການໃຫ້ຢືມເຊົ່າຈະບໍ່ແມ່ນຮູບການຊ່ວຍເຫຼືອລ້າ, ອູແກຣນຈະຕ້ອງໄດ້ຈ່າຍຄ່າເຊົ່າຢືມໃຫ້ແກ່ອາເມຣິກາຕາມທີ່ລະບຸໄວ້ໃນກົດໝາຍສະບັບນີ້, ແຕ່ອູແກຣນຈະບໍ່ມີຄວາມສາມາດໃນການຈ່າຍຄ່າເຊົ່າຢືມໃນປັດຈຸບັນ, ຄາດວ່າ, ອູແກຣນຈະແກ່ຍາວເວລາໃນການຈ່າຍຄ່າໃຊ້ຈ່າຍເຫຼົ່ານີ້.

ທີ່ມາ: CRI

Related Posts

Leave a Reply

Your email address will not be published. Required fields are marked *