ສະຫະພັນກີລາຍິມນາສຕິກແຫ່ງຊາດລາວ ປະກາດຂ່າວດີຢ່າງເປັນທາງການໃນຕອນບ່າຍມື້ນີ້ 10 ພຶດສະພາ 2022 ວ່າ: ນາງ ແພຣວາ ມິຊາໂຕະ ພິລາພັນເດຊ ຊື່ຫຼິ້ນແມ່ນ ແພຣ ອາຍຸ 17 ປີລູກເຄິ່ງ ລາວ ຍີ່ປຸ່ນ ໄທ ເປັນນັກກີລາ ຍິມນາສະຕິກລີລາ ເລີ່ມຕົ້ນຝຶກຝົນຕັ້ງແຕ່ອາຍຸ 8 ປີ ແລະ ພັດທະນາຈົນສາມາດ ລົງແຂ່ງຂັນໃນລະດັບນາໆຊາດໃນຫຼາຍລາຍການທີ່ຜ່ານມາ ຖືນັກກີລາຄົນທໍາອິດໃນປະຫວັດສາດຂອງວົງການ ຍິມນາສຕິກລາວ ເຂົ້າຮ່ວມຊີເກມ.

ໂດຍກໍານົດເດີນທາງໄປ ສສ ຫວຽດນາມ ໃນວັນທີ 15 ພຶດສະພາ 2022 ແລະ ຈະລົງແຂ່ງຂັນ 18-19 ພຶດສະພາ 2022.

ນາງ ແພຣວາ ມິຊາໂຕະ ພິລາພັນເດຊ ຊື່ຫຼິ້ນແມ່ນ ແພຣ ອາຍຸ 17 ປີ ລູກເຄິ່ງ ລາວ ຍີ່ປຸ່ນ ໄທ ເປັນນັກກິລາ ຍິມນາສະຕິກລີລາ. ເລີ່ມຕົ້ນຝຶກຝົນຕັ້ງແຕ່ອາຍຸ 8 ປີ ແລະ ພັດທະນາຈົນສາມາດ ລົງແຂ່ງຂັນໃນລະດັບນາໆຊາດໃນຫຼາຍລາຍການ.

ນາງ ແພຣວາ ມິຊາໂຕະ ພິລາພັນເດຊ ກ່າວວ່າ: “ຮູ້ສຶກພູມໃຈ ແລະ ເປັນກຽດທີ່ໄດ້ເປັນນັກກີລາໂຕແທນປະເທດລາວ, ຈະເຮັດໜ້າທີ່ອັນຊົງກຽດນີ້ດ້ວຍຄວາມຕັ້ງໃຈ ແລະ ຂ້ອຍຈະທຸ້ມເທສຸດຄວາມສາມາດ ເພື່ອໃຫ້ໄດ້ຜົນສຳເລັດກັບມາ”

ປັດຈຸບັນ ແພຣວາ ສຶກສາຢູ່ທີ່ປະເທດໄທ ໂຮງຮຽນນາໆຊາດ ສິງກະໂປ ກຸງເທບ (SISB) ລະດັບຊັ້ນ Grade 11 “ຮູ້ສຶກພູມໃຈ ແລະ ເປັນກຽດທີ່ໄດ້ເປັນນັກກິລາໂຕແທນປະເທດລາວ ຈະເຮັດໜ້າທີ່ອັນຊົງກຽດນີ້ດ້ວຍຄວາມຕັ້ງໃຈ ແລະ ຂ້ອຍຈະ ທຸ້ມເທສຸດຄວາມສາມາດ ເພື່ອໃຫ້ໄດ້ຜົນສຳເລັດກັບມາ.

.


ຕິດຕາມຄວາມເຄື່ອນໄຫວເພີ່ມຕື່່ມໄດ້ທີ່ເພຈ໌: Lao Gymnastic Federation.