ນາຍົກ ສີລັງກາ ລາອອກຈາກຕຳແໜ່ງ ແລ້ວ.

ສຳນັກ​ຂ່າວ ຣອຍ​ເຕີ,ວັນ​ທີ9​ ພຶດສະພາ​ນີ້ ທຳນຽບ ລັດຖະບານ​ ສີ​ລັງກາ ອອກ​ຖະ​ແຫລ​ງ ການ​ວ່າ:ທ່ານ ມາ​ຫິນ​ທາ ຣາຈາ​ປັດ​ຊາ(Mahinda Rajapaksa),ລາ​ອອກ​ຈາກ​ ຕຳ​ແໜ່​ງ ນາຍົກ ລັດຖະມົນຕີ ສີ​ລັງກາ ​ເນື່ອງ​ຈາກ​ ເປັນ​ທາງ​ອອກ​ ທີ່​ດີ​ສຸດ ​ໃນ​ການ​ຫລຸດຜ່ອນ ​ຄວາມ​ຮຸນ​ແຮງ ຂອງ​ວິ​ກິດ​ການ​ ທີ່​ເກີດ​ຂຶ້ນ​ ​ແລະ ​ເພື່ອ​ການ​ຈັດຕັ້ງ ລັດຖະບານ ​ຊຸດ​ໃໝ່ ພາຍຫລັງ ປະກາດ ​ສະຖານະ​ການ​ ສຸກ​ເສີນ ຕັ້ງ​ແຕ່​ທ້າຍ​ອາທິດ ​ຜ່ານ​ມາ.

​ເນື່ອງ​ຈາກ ​ມີ​ການ​ປະ​ທ້ວງ ​ຮຸນ​ແຮງ ຂະຫຍາຍ​ອອກ ເປັນ​ວົງ​ກວ້າງ ​ເຮັດ​ໃຫ້​ເກີດ​ການປະ​ທະ​ກັນ ລະຫວ່າງ​ ກຸ່ມ​ຄົນ​ປະ​ທ້ວງ ​ແລະ ​ເຈົ້າໜ້າ​ທີ່ ​ຮັກສາ​ ຄວາມ​ສະ​ເຫງົາ ມີ​ຜູ້​ບາດ​ເຈັບກວ່າ 20​ຄົນ.

ປັດຈຸບັນ ສີ​ລັງກາ ພວມ​ຜະ​ເຊີນ​ກັບ ​ວິກິດ ທາງ​ເສດຖະກິດ ຮຸນ​ແຮງ​ທີ່​ສຸດ ນັບ​ແຕ່ ​​ໄດ້​ຮັບ ​ເອກະລາດ ຈາກ​ອັງກິດ ​ເມື່ອປີ 1948,ບັນຫາ​ ການ​ຂາດ​ແຄນ ອາຫານ​ ແລະ ​ພະລັງງານ​ ສົ່ງ​ຜົນ​ໃຫ້​ມີ ​ການ​ຕັດ​ໄຟຟ້າ ​ວັນ​ລະ 13ຊົ່ວ​ໂມງ ​ແລະ ບັນຫາ ​ອື່ນໆ​ອີກ.

(ພາບຂ່າວ:ຕ່າງປະ​ເທດ) ຮຽບຮຽງ​ຂ່າວ​ໂດຍ:ສະ​ໄຫວ ລາດ​ປາກ​ດີ

Related Posts

Leave a Reply

Your email address will not be published. Required fields are marked *