ບໍລິສັດຮ່ວມທືນພັດທະນາທາງດ່ວນ ລາວ-ຈີນ ມີຄວາມຕ້ອງບຸກຄະລະກອນວິຊາການດ້ານກົດໝາຍ ເພື່ອປະກອບເຂົ້າເປັນພະນັກງານຂອງບໍລິສັດ ຊື່ງມີລາຍລະອຽດດັ່ງລຸ່ມນີ້:

1. ພະນັກງານ ບຸກຄະລາກອນ 02 ຕໍາແໜ່ງ ເຮັດວຽກປະຈໍາຢູ່ບໍລິສັດ ທີ່ນະຄອນຫຼວງວຽງຈັນ ແລະ ອອກໄປວຽກສະໜາມບາງຄັ້ງຄາວ ເພື່ອພົວພັນວຽກງານກັບພາກສ່ວນກ່ຽວຂ້ອງຢູ່ທ້ອງຖີ່ນ.ວຸດທິການສຶກສາ ແລະ ຄວາມສາມາດ:

ຮຽນຈົບປະລິນຍາຕີຂຶ້ນໄປ ສາຂາກົດໝາຍ.ມີຄວາມຮູ້ທາງດ້ານພາສາອັງກິດລະດັບໃດໜຶ່ງ, ແຕ່ຕ້ອງຮູ້ພາສາຈີນ ສາມາດສື່ສານ ແລະ ອະທິບາຍກ່ຽວກັບກົດໝາຍໄດ້ດີ.

ເງິນເດືອນດີ ເລີ່ມຕົ້ນ 5 ລ້ານກີບ ຂຶ້ນໄປ ອີງຕາມຄວາມຮູ້ຄວາມສາມາດ (ຖ້າມີປະສົບການມາກ່ອນຈະພິຈາລະນາເປັນກໍລະນີພິເສດ);ເປັນຜູ້ທີ່ມີຄວາມຮັບຜິດຊອບສູງ, ດຸໝັ່ນ, ອົດທົນ, ປະຕິບັດໂມງເວລາ, ສາມາດເຮັດວຽກຕາງໜ້າໃຫ້ບໍລິສັດໃນການຊີ້ແຈງເຫດ ແລະ ຜົນໃນດ້ານກົດໝາຍຕ່າງໆ.

ສາມາດນໍາໃຊ້ໂປຼແກຼມ Microsoft Office ໃນລະດັບດີ.2. ຖ້າທ່ານໃດຫາຫມີຄວາມສົນໃຈ ກະລຸນາສົ່ງໃບຄໍາຮ້ອງສະໝັກງານ, ຊີວະປະຫວັດຫຍໍ້, ໃບຢັ້ງຢືນການສຶກສາ, ໃບຢັ້ງຢືນທີ່ຢູ່, ສໍາເນົາສໍາມະໂນຄົວ, ສໍາເນົາປັດປະຈໍາຕົວ, ໃບຢັ້ງຢືນຮັບປະກັນ, ໃບກວດສຸຂະພາບ ແລະ ສໍາເນົາໃບຢັ້ງຢືນການສັກວັກຊີນປ້ອງກັນ Covid-19 ແລະ ສາມາດຕິດຕໍ່ທາງໂທລະສັບ 030 5204072 ຫລື WhatsApp ເບີໂທ 020 5472 1992 ແລະ ສະເໜີກ່ອນວັນທີ 20 ພຶດສະພາ 2022.
