ຊີວິດຍັງບໍ່ຈົບ ກໍຕ້ອງສູ້ໄປ ບໍ່ວ່າຈະປະເຊີນກັບຄວາມຫຍຸ້ງຍາກຫຼາຍປານໃດ ເຮົາຈະຕ້ອງຊອກຫາວິທີທີ່ຈະຜ່ານມັນໄປໃຫ້ໄດ້ຢູ່ດີ ຖ້າຊີວິດຂອງເຈົ້າບໍ່ດີແທ້ ກໍຄືຈະປຽບທຽບກັບເດັກນ້ອຍອາຍຸ 10 ປີຈາກຫວຽດນາມທີ່ທຸກຍາກ ທີ່ເຂົາໄດ້ມີຊີວິດຢູ່
ຄົນດຽວຕັ້ງແຕ່ອາຍຸຍັງນ້ອຍ, ເດັກຊາຍນີ້ຊື່ Dang Van Khuyen ທີ່ດຳລົງຊີວິດຢູ່ເຮືອນຊົນນະບົດຫ່າງໄກສອກຫຼີກ ຢູ່ ປະເທດຫວຽດນາມ, ລາວເສຍແມ່ໄປເມື່ອຕອນລາວຍັງນ້ອຍ ຈົນໃນທີ່ສຸດລາວໄດ້ເຕີບໃຫຍ່ຂຶ້ນກັບແມ່ຕູ້.


ແລະໄດ້ອາໄສຢູ່ໃນເຮືອນທີ່ເຮັດດ້ວຍໄມ້ຫລັງນີ້ ສ່ວນພໍ່ຂອງລາວແມ່ນຮັບຈ້າງກໍ່ສ້າງ ແລະຕ້ອງໄປເຮັດວຽກຢູ່ຕົວເມືອງໃຫຍ່ ລາວຈື່ງໄດ້ຢູ່ກັບແມ່ຕູ້
ແຕ່ເດັກຄົນນີ້ຮຽນດີ ໄປໂຮງຮຽນບໍ່ເຄີຍຂາດ ໄດ້ຮັບເງິນໄປໂຮງຮຽນແລະຄ່າຮຽນຈາກພໍ່ສົ່ງມາ.. ເຊິ່ງເງີນຮັບຈ້າງຂອງພໍ່ເປັນແຫຼ່ງລາຍຮັບຕົ້ນຕໍຂອງຄອບຄົວ ແຕ່ຫຼັງຈາກນັ້ນສິ່ງທີ່ບໍ່ຄາດຄິດໄດ້ເກີດຂຶ້ນເມື່ອແມ່ຕູ້ຂອງລາວເສຍຊີວິດ


ຍ້ອນອາຍຸເຖົ້າແລ້ວ ເຮັດໃຫ້ລາວຕ້ອງຢູ່ຄົນດຽວແບບລຳພັງ ແລະ ບໍ່ດົນເດັກຊາຍກໍໄດ້ຍິນຂ່າວຮ້າຍທີ່ສຸດ ໃນຂະນະທີ່ຢູ່ໃນໂຮງຮຽນ ຮູ້ວ່າຜູ້ເປັນພໍ່ຂອງລາວ ໄດ້ເສຍຊີວິດຍ້ອນອຸປະຕິເຫດໃນລະຫວ່າງການກໍ່ສ້າງ

ຊີວິດທີ່ໂດດດ່ຽວຂອງເດັກຊາຍທີ່ບໍ່ມີພໍ່ແມ່. ລາວຕ້ອງພະຍາຍາມຫາລ້ຽງຕົນເອງຕາມລຳພັງເຳື່ອຢູ່ລອດດ້ວຍຕົວເອງ ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກຫລາຍປານໃດກໍຕາມ ເດັກຊາຍ Khuyen ຍັງສາມາດດູແລຕົນເອງໄດ້.

ສ່ວນການໄປໂຮງຮຽນບໍ່ວ່າຝົນຈະຕົກຫນັກ ແລະ ແດດຮ້ອນສຳໃດ ລາວຍັງໄປໂຮງຮຽນ ບໍ່ເຄີຍຂາດ ເຊິ່ງທາງໂຮງຮຽນເອງກໍໄດ້ຮັບຮູ້ເຖິງສະຖານະຂອງເດັກຊາຍ ດັ່ງນັ້ນ, ຈຶ່ງຍົກຄ່າຮຽນໃຫ້ເປັນກໍລະນີພິເສດກັບຊີວິດປົກກະຕິ

ທຸກວັນເດັກຊາຍ Khuyen ມັກຈະອອກໄປເກັບຜັກທີ່ຕົນປູກເອົາໄວ້ ແລ້ວອອກໄປຫາປ່າເພື່ອນຳມາເປັນອາຫານລ້ຽງຊີວິດ ໂດຍໜໍ່ໄມ້ຈະເປັນສ່ວນປະກອບຫຼັກທີ່ເດັກຊາຍກິນເປັນປະຈຳ. ເມື່ອຊາວບ້ານຮູ້ເລື່ອງຂອງເດັກຄົນນີ້.


ກໍໄດ້ເຂົ້າມາຊ່ວຍເຫລືອໃຫ້ສະບຽງອາຫານ ເພື່ອໃຫ້ເດັກຄົນນີ້ໄດ້ມີອາຫານກິນ. ຕໍ່ມາໂຮງຮຽນ ແລະ ເຈົ້າໜ້າທີ່ທ້ອງຖິ່ນກໍ ພະຍາຍາມຊອກຫາຄອບຄົວທີ່ພ້ອມທີ່ຈະຮັບລ້ຽງເດັກຊາຍ Khuyen ແຕ່ເຂົາຂໍປະຕິເສດ ຂໍ້ສະເໜີດັ່ງກ່າວ ຂໍຢູ່ຄົນດຽວຈະສະດວກໃຈກວ່າ.
ນອກນີ້ ຄູສອນຫລືທັງໂຮງຮຽນກໍໄດ້ຊ່ວຍເຫຼືອຄ່າໃຊ້ຈ່າຍໃນການເດີນທາງໄປໃນຕົວເມືອງ ຫລັ່ງເຊີນ ເພື່ອໄປຮັບສົບພໍ່ກັບຄືນມາຝັງໃນເຂດບ້ານເຮືອນ ໃນນັ້ນ ອົງການລັດຖະບານກໍຊ່ວຍໃນຈັດພິທີຝັງຈົນສໍາເລັດ…
ຊົມຄລີບ.

