ຂ່າວດີແຕ່ເຊົ້າ..!! ນາຍົກຊີ້ນຳໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ເຈລະຈາຊື້ນ້ຳມັນລາຄາຖືກຈາກ ລັດເຊຍ.

ຂ່າວດີແຕ່ເຊົ້າ..!! ນາຍົກຊີ້ນຳໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ເຈລະຈາຊື້ນ້ຳມັນລາຄາຖືກຈາກ ລັດເຊຍ.

ປະຊາຊົນມີຄວາມຫວັງ! ຫຼ້າສຸດ ໃນວັນທີ 6 ພຶດສະພາ ທີ່ຜ່ານມາ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການເລກທີ 621/ ຫສນຍ, ກ່ຽວກັບທິດຊີ້ນຳ ຂອງທ່ານ ນາຍົກລັດຖະມົນຕີ ກ່ຽວກັບການສະເໜີມາດຕະການຮັກສາສະຖຽນລະພາບຂອງລາຄານໍ້າມັນເຊື້ອໄຟ ໃນສະພາບລາຄານໍ້າມັນເຊື້ອໄຟເໜັງຕີງຂຶ້ນສູງ.

ໂດຍທ່ານນາຍົກລັດຖະມົນຕີ ເຫັນດີຕາມການສະເໜີຂອງກະຊວງການເງິນ ຄື:1. ໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ເປັນໃຈກາງສົມທົບກັບກະຊວງການເງິນ ແລະ ພາກສ່ວນກ່ຽວຂ້ອງ ຄົ້ນຄວ້າກົນໄກການນໍາເຂົ້ານໍ້າມັນເຊື້ອໄຟ ຜ່ານບໍລິສັດໃດໜຶ່ງໃນການເຈລະຈາຕໍ່ລອງຊື້ນໍ້າມັນເຊື້ອໄຟ, ໃຫ້ສາມາດລວມສູນໃນການນໍາເຂົ້າ ແລະ ແຈກຢາຍນໍ້າມັນເຊື້ອໄຟ ເຊັ່ນ:

ໃຫ້ລັດວິສາຫະກິດນໍ້າມັນເຊື້ອໄຟ ຮ່ວມກັບບໍລິສັດ ນໍ້າມັນເຊື້ອໄຟເອກະຊົນຈຳນວນໜຶ່ງ ຕັ້ງເປັນບໍລິສັດນໍ້າມັນເຊື້ອໄຟແຫ່ງຊາດ ເພື່ອນຳເຂົ້າ ແລະ ແຈກຢາຍນໍ້າມັນເຊື້ອໄຟ ໃຫ້ມີຄວາມຄ່ອງຕົວ, ກວດກາ ແລະ ສະດວກໃນການຕິດຕາມການເກັບລາຍຮັບ, ພ້ອມທັງເຈລະຈາຊື້ນໍ້າມັນເຊື້ອໄຟລາຄາຍ່ອມເຍົາຈາກປະເທດລັດເຊຍ ເພື່ອຊ່ວຍຫຼຸດຕົ້ນທຶນການນໍາເຂົ້ານໍ້າມັນເຊື້ອໄຟ;

2. ໃຫ້ກະຊວງການເງິນ ສົມທົບກັບທະນາຄານແຫ່ງ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ຄົ້ນຄວ້າກົນໄກການຄຸ້ມຄອງອັດຕາແລກປ່ຽນເງິນຕາຕ່າງປະເທດ ແລະ ສະໜອງເງິນຕາຕ່າງປະເທດໃຫ້ພຽງພໍ ເພື່ອຮັບປະກັນໃຫ້ມີນໍ້າມັນເຊື້ອ ໄຟພຽງພໍກັບຄວາມຕ້ອງການ ແລ້ວລາຍງານ ທ່ານ ນາຍົກລັດຖະມົນຕີ ມີທິດຊີ້ນໍາໃນເວລາອັນຄວນ.

Related Posts

Leave a Reply

Your email address will not be published. Required fields are marked *