ຜູ້ອຳນວຍການທະນາຄານໂລກ ມາຢ້ຽມລາວ, ບໍ່ລໍຊ້າລາວໄດ້ສະເໜີໃຫ້ທະນາຄານໂລກ ຊ່ວຍເຫຼືອໃນການຫັນເປັນທັນສະໄໝໃນຂົງເຂດການເງິນ.

ເມື່ອບໍ່ດົນມານີ້, ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ມາຣຽມ ເຊີແມນ(Mariam Sherman)ຜູ້ອຳນວຍການທະນາຄານໂລກ ຮັບຜິດຊອບ ສປປ ລາວ, ກຳປູເຈຍ ແລະ ມຽນມາ ເພື່ອແນະນຳຕົວຢ່າງເປັນທາງການ ແລະ ເພື່ອປຶກສາຫາລື ໃນການເພີ່ມທະວີການຮ່ວມມືສອງຝ່າຍ ລະຫວ່າງ ກະຊວງການເງິນ ແລະ ທະນາຄານໂລກ ໃນການສະໜອງທຶນແກ່ໂຄງການບຸລິມະສິດ ສຳລັບການພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ.

ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ສະແດງຄວາມຂອບໃຈມາຍັງ ທ່ານນາງ ມາຣຽມ ເຊີແມນ ທີ່ໃຫ້ຄວາມສຳຄັນ ແລະ ຊ່ວຍເຫລືອ ສປປ ລາວ ຕະຫລອດໄລຍະຜ່ານມາ ນັບຕັ້ງແຕ່ເຂົ້າຮັບຕຳແໜ່ງໃນປີ 2020. ປັດຈຸບັນ, ສປປ ລາວ ຍັງໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ແລະ ບັນດາປັດໄຈພາຍນອກອື່ນໆ ທີ່ສົ່ງຜົນກະທົບຢ່າງຕໍ່ເນື່ອງ.

ໂດຍສະເພາະຕໍ່ການພັດທະນາເສດຖະກິດ-ສັງຄົມ, ຕໍ່ການດຳລົງຊີວິດຂອງປະຊາ ຊົນ ຈຶ່ງຍັງມີຄວາມຈຳເປັນທີ່ຈະຂໍການສືບຕໍ່ສະໜັບສະໜູນ ຈາກທະນາຄານໂລກ ແລະ ສະເໜີສືບຕໍ່ຊຸກຍູ້, ສະໜັບສະໜູນ ໂດຍສະເພາະການຊ່ວຍເຫລືອດຸ່ນງົບປະມານແກ່ ສປປ ລາວ ຜ່ານແຜນງານດັດແກ້ມະຫາພາກຕ່າງໆ.

ສຳລັບແຜນ ພື້ນຖານການສ້າງຍຸດທະສາດການຮ່ວມມືກັບສປປ ລາວ 2022-2026 (CPF) ໃນໄລຍະໃໝ່, ກະຊວງການເງິນ, ພ້ອມຈະສືບຕໍ່ເຮັດວຽກຮ່ວມກັບກະຊວງແຜນ ການ ແລະ ການລົງທຶນ, ພ້ອມທັງຂະແໜງການກ່ຽວຂ້ອງເພື່ອສ້າງຂອບຍຸດທະສາດການຮ່ວມມືໄລຍະໃໝ່ ໃຫ້ສອດຄ່ອງກັບບູລິສິດຂອງລັດຖະບານ ຕາມແຜນພັດທະນາເສດຖະ ກິດ-ສັງຄົມ 5 ປີຄັ້ງທີ 9 ແລະ ວາລະແຫ່ງຊາດ ທີ່ສະພາໄດ້ຮັບຮອງ.

ພ້ອມດຽວກັນ, ກໍໄດ້ສະເໜີທະນາຄານໂລກ ພິຈາລະນາການສະໜອງການຊ່ວຍ ເຫລືອເຂົ້າໃນວຽກງານຫັນເປັນທັນສະໄໝ ໃນຂົງເຂດການເງິນ. ທັງນີ້, ກໍເພື່ອກະຕຸກຊຸກຍູ້ຮັບປະກັນ ສາມາດເກັບລາຍຮັບໄດ້ຄົບຖ້ວນ ແລະ ສາມາດເກັບລາຍຮັບໄດ້ຫລາຍຂຶ້ນກວ່າເກົ່າ, ສະເໜີທະນາຄານໂລກ ພິຈາລະນາວ່າຈ້າງ ບໍລິສັດປະເມີນຊັບສິນ ທີ່ມີຊື່ສຽງຂອງໂລກ ເພື່ອປະເມີນບັນດາຊັບສິນຂອງ ສປປ ລາວ ເປັນການສ້າງຄວາມເຊື່ອໜັ້ນໃຫ້ນັກລົງທຶນທັງພາກພື້ນ ແລະ ສາກົນພ້ອມທັງກຳໄດ້ຂໍ້ມູນທີ່ໜັກແໜ້ນ ກ່ຽວກັບບັນດາຂໍ້ມູນຊັບສິນຂອງລັດ ໂດຍສະເພາະບັນດາໂຄງການລົງທຶນຂອງລັດ ໃນຂະແໜງພະລັງງານ ແລະ ບໍ່ແຮ່

Related Posts

Leave a Reply

Your email address will not be published. Required fields are marked *