ສຳນັກຂ່າວ ບລູມເບີກ ລາຍງານວ່າ ທ່ານ ຫຼີ ຊຽນລຸງ ນາຍົກລັດຖະມົນຕີສິງກະໂປ ກ່າວວ່າ ໂລກ ຕ້ອງກຽມພ້ອມເພື່ອຮັບມືກັບຄວາມທ້າທາຍດ້ານເສດຖະກິດ ເນື່ອງຈາກຂະນະນີ້ ອັດຕາເງິນເຟີ້ມີທ່າອ່ຽງເພີ່ມຂຶ້ນຢູ່ໃນລະດັບສູງມາຢ່າງຕໍ່ເນື່ອງ,
ຂະນະທີ່ທະນາຄານກາງຫຼາຍປະເທດກຳລັງປັບປ່ຽນນະໂຍບາຍດ້ານການເງິນເຂັ້ມງວດຂຶ້ນ ເຊິ່ງສະພາວະເຊັ່ນນີ້ ໂລກອາດຈະປະເຊີນກັບເສດຖະກິດທົດຖອຍໃນອີກ 2 ປີຂ້າງໜ້າ.
ນາຍົກລັດຖະມົນຕີສິງກະໂປ ກ່າວອີກວ່າ ຄວາມຂັດແຍ່ງລະຫວ່າງ ຣັດເຊຍ ແລະ ອູ ແກຣນ ອາດຈະແກ່ຍາວໄປຮອດມື້ໃດ ຍັງບໍ່ສາມາດຄາດການໄດ້ ເຊິ່ງຄວາມຫວັງຈະໄດ້ເຫັນການຟື້ນຕົວຂອງເສດຖະກິດໂລກ ຫຼັງວິກິດໂຄວິດ – 19 ເລີ່ມຮິບຮີ່ລົງ.

ການຄາດການຂອງນາຍົກສິງກະໂປ ສອດຄ່ອງກັບຜູ້ບໍລິຫານບໍລິສັດເອກະຊົນ ແລະ ນັກເສດຖະສາດລະດັບໂລກ ທີ່ເຄີຍອອກມາເຕືອນວ່າ ເສດຖະກິດໂລກສ່ຽງປະເຊີນກັບສະພາວະທົດຖອຍ.
ເນື່ອງຈາກສະຖານະການໃນອູແກຣນ ເຮັດໃຫ້ລາຄາພະລັງງານ ແລະ ອາຫານທົ່ວໂລກເພີ່ມຂຶ້ນ ກາຍເປັນແຮງກົດດັນເຮັດໃຫ້ອັດຕາເງິນເຟີ້ເພີ່ມສູງຂຶ້ນ.
ຊົມຄລີບ 1
ຊົມຄລີບ 2
ຂອບໃຈທີ່ມາ: www.laoedaily.com.la