ປະທານາທິບໍດີສະຫະລັດ, ທ່ານໂຈ ໄບເດັນ ໃນວັນອັງຄານວານນີ້ ໄດ້ສັນລະເສີນກຳມະກອນຜະລິດລູກສອນໄຟ ຕໍ່ຕ້ານລົດຖັງ ທີ່ກຳລັງຖືກສົ່ງໄປໃຫ້ພວກ ນັກລົບຢູເຄຣນ ໂດຍກ່າວວ່າ ພວກກຳມະກອນເຫລົ່ານີ້ໄດ້ “ເຮັດໃຫ້ປະຊາຊົນ ຢູເຄຣນສາມາດປ້ອງກັນຕົວເອງໄດ້.”
ທ່ານກ່າວວ່າ “ເວົ້າຢ່າງກົງໆ”, ຊາວຢູເຄຣນ “ໄດ້ເຮັດໃຫ້ທະຫານຣັດເຊຍຕົກໂງ່ໄດ້ໃນຫຼາຍໆກໍລະນີ. … ອາວຸດທີ່ຜະລິດດ້ວຍມືຂອງພວກທ່ານ ແມ່ນໄປຢູ່ ໃນກໍາມືຂອງວິລະຊົນຢູເຄຣນ. ຂອບໃຈສໍາລັບສິ່ງທີ່ພວກທ່ານໄດ້ເຮັດນັ້ນ.”
ທ່ານໄບເດັນໄດ້ຍ້ອງຍໍຄົນງານ 265 ຄົນຢູ່ໂຮງງານຜະລິດອາວຸດ ລັອກຫີດ ມາຕິນ (Lockheed Martin) ໃນພາກໃຕ້ຂອງເມືອງທຣອຍ, ລັດອາລາບາມາ ໂດຍປຽບທຽບພວກເຂົາເຈົ້າໃສ່ກັບກຳມະກອນອາເມຣິກັນທີ່ຜະລິດອາວຸດ ໃນສະໄໝສົງຄາມໂລກຄັ້ງທີ 2.
ທ່ານໄບເດັນກ່າວວ່າ “ພວກເຮົາຢູ່ໃນຈຸດທີ່ມີການປ່ຽນແປງໃນປະຫວັດສາດໃນການສູ້ລົບກັນລະຫວ່າງການຜະເດັດການ ແລະປະຊາທິປະໄຕ.”
ໂດຍການອ້າງເຖິງແຕ່ບໍ່ເອີ່ຍຊື່ປະທານາທິບໍດີຣັດເຊຍ, ທ່ານວລາດິເມຍ ປູຕິນ ແລະການບຸກລຸກຢູເຄຣນຂອງທ່ານເປັນເວລາ 10 ອາທິດນັ້ນ ທ່ານໄບເດັນ ກ່າວຕື່ມວ່າ “ຖ້າທ່ານບໍ່ຕ້ານຢັນກັບພວກຜະເດັດການ, ພວກເຂົາກໍຈະສືບຕໍ່ມາ ຫາທ່ານຢູ່ເລື້ອຍ.”
ຜູ້ນໍາສະຫະລັດທ່ານນີ້ກ່າວວ່າ ລູກສອນໄຟຂີປະນາວຸດທີ່ມີຄວາມຍາວ 1 ແມັດ ທີ່ຕັ້ງໃສ່ບ່າຍິງນັ້ນ ໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງແກ່ລົດຖັງຣັດເຊຍ ທີ່ພໍ່ແມ່ຊາວຢູເຄຣນບາງຄົນ ໄດ້ຕັ້ງຊື່ໃຫ້ລູກຊາຍທີ່ເກີດໃໝ່ຂອງເຂົາເຈົ້າວ່າ ຈາແວລິນ (Javelin) ແລະລູກສາວວ່າ ຈາແວລີນາ (Javelina).
ພວກນັກວິເຄາະດ້ານການທະຫານກ່າວວ່າ ລົດຖັງຂອງຣັດເຊຍຫຼາຍເຖິງ 1,000 ຄັນ ຖືກທຳລາຍໃນການສູ້ລົບກັນ ຊຶ່ງໃນນັ້ນຫຼາຍຄັນຖືກຍິງໂດຍລູກສອນໄຟຈາແວລິນ (Javelin) ທີ່ຍິງຈາກໄລຍະໄກເຖິງ 2,500 ແມັດນັ້ນ.
ລູກສອນໄຟຈາແວລິນມີມູນຄ່າຫຼາຍກວ່າ 2 ແສນໂດລາຕໍ່ລູກ ແລະທ່ານໄບເດັນ ຍອມຮັບວ່າ ການສະໜັບສະໜູນຂອງສະຫະລັດທີ່ມີຢູ່ນີ້ແກ່ຢູເຄຣນໃນການຕໍ່ສູ້ກັບຣັດເຊຍ “ບໍ່ໄດ້ມີລາຄາຖືກເລີຍ.”
ແຕ່ທ່ານຮຽກຮ້ອງໃຫ້ລັດຖະສະພາດຳເນີນການໂດຍໄວກ່ຽວກັບຄຳຮ້ອງຂໍຊຸດໃໝ່ທີ່ມີມູນຄ່າ 33 ຕື້ໂດລາສຳລັບຊ່ວຍເຫຼືອດ້ານການທະຫານ ແລະເສດຖະ ກິດໃຫ້ແກ່ຢູເຄຣນ, ເຊິ່ງເປັນເງິນຊ່ວຍເຫລືອເພີ້ມໃຫ້ເງິນ 13 ຕື້ 600 ລ້ານໂດລາທີ່ໄດ້ອະນຸມັດ ແລະຈ່າຍໄປແລ້ວນັ້ນ.
ຊົມຄລີບ.
ຖ້າໃຜພໍອ່ານໄດ້ພາສາອັງກິດ ກໍ່ສາມາດອ່ານພາກພາສາອັງກິດດ້ານລຸ່ມນີ້.
U.S. President Joe Biden on Tuesday praised workers making anti-tank missiles that are being shipped to Ukrainian fighters, saying the workers were “making it possible for the Ukrainian people to defend themselves.”
“Quite frankly,” he said, the Ukrainians were “making fools of the Russian military in many instances. … The weapons manufactured by your hands are in the hands of Ukrainian heroes. Thank you for what you do.”
Biden praised the 265 workers at a Lockheed Martin manufacturing plant in the southern city of Troy, Alabama, comparing them to American munitions workers during World War II.
“We’re at an inflection point in history in the ongoing battle between autocracy and democracy,” Biden said.
In an unnamed reference to Russian President Vladimir Putin and his 10-week invasion of Ukraine, Biden added, “If you don’t stand up to dictators, they keep coming.”
The U.S. leader said the meter-long, shoulder-fired missiles have inflicted such heavy damage on Russian tanks that some Ukrainian parents are naming their new-born sons Javelin and their baby daughters Javelina.
Military analysts say that as many as 1,000 Russian tanks have been destroyed in the fighting, many of them hit by the Javelin missiles, which have a range of up to 2,500 meters.
Javelin missiles cost more than $200,000 apiece and Biden acknowledged that the ongoing U.S. support for Ukraine’s fight against Russia is “not going to be cheap.”
But he urged Congress to act quickly on his new $33 billion request for more military and economic assistance for Ukraine, which comes on top of $13.6 billion already approved and spent.
Russia invaded Ukraine on February 24, claiming the Russian military was seeking the “denazification” but not occupation of its neighboring country. Ukraine and Western nations condemned the actions, with the EU and Western countries leveling harsh economic sanctions against Moscow and providing military, food and medical aid to Kyiv.
ຂອບໃນທີ່ມາ: VOA Lao