ຢູເຄຼນກ່າວທາງດຽວທີ່ຈະສູ່ສັນຕິພາບຄືຣັດເຊຍຕ້ອງຍອມຈຳນົນເທົ່ານັ້ນ
ຢູເຄຣນບອກ: ເຮົາຈະບໍ່ມີສົນທິສັນຍາສັນຕິພາບໃດໆກັບຣັສເຊຍ ມີພຽງການຍອມຈຳນົນຂອງມອສໂຄ ເທົ່ານັ້ນ.
ດານີລອຟ ເລຂາທິການສະພາຄວາມໝັ້ນຄົງ ແລະການປ້ອງກັນປະເທດຢູເຄຣນ ຖະແຫຼງມື້ນີ້ ວ່າທາງດຽວທີ່ຈະນຳໄປສູ່ສັນຕິພາບ ຄືມອສໂຄຕ້ອງຍອມຈຳນົນເທົ່ານັ້ນ ແລະຈະບໍ່ມີສັນຍາສະຫງົບເສິກໃດໆ..
ດານີລອຟ ບອກສູດໄປສູ່ສັນຕິພາບ ວ່າພວກເຮົາຈຳເປັນຕ້ອງລົບລ້າງປະເທດຣັສເຊຍດ້ວຍການແຍກອອກເປັນສ່ວນໆ ບໍ່ໃຫ້ເຫຼືຶອຄວາມແຂງແກ່ນໃດໆ ກໍເປັນເລື່ອງແປກ ທີ່ໂລກຕາເວັນຕົກໃນປັດຈຸບັນ ພາກັນຄິດເຊັ່ນນີ້ເໝືອນດານີລອຟ.
ໄບເດນ ໄດ້ຫັນປ່ຽນຍຸດທະສາດໃໝ່ ດ້ວຍການຊຸກຍູ້ໃຫ້ສົງຄາມໃນຢູເຄຣນ ຍືດເຍື້ອຍາວນານ ເພື່ອບັນທອນກຳລັງທາງທະຫານຂອງຣັສເຊຍ ພາຍຫຼັງທີ່ປະສົບຄວາມຫຼົ້ມເຫຼວໃນການຂວ້ຳບາດທຳລາຍເສດຖະກິດຣັສເຊຍ
ໄບເດນເຊື່ອວ່າຢູເຄຣນ ຈະເຮັດໃຫ້ຣັສເຊຍຕິດຫຼົ່ມ ສູນເສຍກຳລັງພົນກຳລັງຊັບ ແລະໃນທີ່ສຸດກໍອ່ອນແອໝົດສະພາບ ເຊິ່ງເມື່ອເຖິງຕອນນັ້ນ ກໍຍູທ່າງລູມແຍກຣັສເຊຍເປັນສ່ວນໆ..ຄວາມຄິດນີ້ໄດ້ຖ່າຍທອດໄປຍັງຄຽບ ເຮັດໃຫ້ພວກເຂົາຄຶກຄະນອງ.
ຈົນຫຼົງເຊື່ອຢ່າງຕາຍໃຈວ່າພວກຕົນຈະຕ້ອງຊະນະ ແລະວ່າຣັສເຊຍກຳລັງຈົນຕາແຈ ທັງທີ່ຄຽບເອງປະສົບກັບຄວາມສູນເສຍລາຍວັນອັນໜ້າເສົ້າ.. ປະເທດຕ້ອງຫຼົ້ມສະຫຼາຍ ຢູ່ໄດ້ດ້ວຍການຊ່ວຍເຫຼືອຂອງຜູ້ອື່ນໄປວັນໆ..
ທີ່ມາ: ສາຍຂ່າວ