ກອງທັບຣັດເຊຍໄດ້ກອບກູ້ປະຊາຊົນສາມັນ ຫລາຍຮ້ອຍ ຄົນອອກຈາກໂຮງງານຜະລິດເຫຼັກກ້າອາໂຊຟ ທີ່ນະຄອນມາຣິອູໂປຂອງອູແກຼນ, ໃນນັ້ນລວມມີແມ່ຍິງແລະເດັກນ້ອຍ.
ຕາມຂ່າວຈາກເວັບໄຊກະຊວງປ້ອງກັນປະເທດຣັດເຊຍໃຫ້ຮູ້ວ່າ: ກອງທັບຣັດເຊຍໄດ້ບຸກເບີກແລວທາງມະນຸດສະທຳສາຍໜຶ່ງ “ແບບມິດງຽບ”
ເພື່ອຂົນຍ້າຍປະຊາຊົນສາມັນ. ບຸກຄົນທີ່ໄດ້ຮັບການກອບກູ້ທັງໝົດລ້ວນແຕ່ໄດ້ຖອນອອກໄປສູ່ເຂດຊຸມຊົນຊົ່ວຄາວ, ໂດຍໄດ້ຮັບການຊ່ວຍເຫຼືອດ້ານເຮືອນຢູ່, ອາຫານແລະການປິ່ນປົວທີ່ມີຄວາມຈຳເປັນ. ສຳລັບຜູ້ທີ່ຢາກເດີນທາງໄປເຂດຄວບຄຸມໂດຍລັດຖະບານອູແກຼນນັ້ນ, ກອງທັບຣັດເຊຍໄດ້ມອບເຂົາເຈົ້າໃຫ້ຜູ້ຕາງໜ້າອົງການສະຫະປະຊາຊາດແລະສະພາກາແດງສາກົນ.
ແຕ່ຂະນະ ກອງທັບຣັດເຊຍກຳລັງອົບພະຍົບຊາວບ້ານອອກຈາກໂຮງງານອາຊອຟສຕານ ບໍ່ທັນໝົດ ແຕ່ຣັສເຊຍສັງເກດເຫັນວ່າທະຫານອາຊອຟນາໂຕ ສວຍໂອກາດຕອນຢຸດຍິງ ຈັດກຳລັງຕັ້ງຖານຍິງໃໝ່ ເພື່ອກຽມຕີຜ່າວົງລ້ອມອອກມາ ເຮັດໃຫ້ຝ່າຍຣັສເຊຍ ສັ່ງໂຈະການອົບພະຍົບ ແລ້ວຍິງປືນໃຫຍ່ ໂຈມຕີພວກອາຊອຟໃນຈຸດຕ່າງໆຂອງໂຮງງານອີກ..
ຊົມຄລີບ.