ອີຢູ ຈະປຶກສາຫາລືກ່ຽວກັບບັນຫາອາຍແກັສຈາກຣັດເຊຍ.

ອີຢູ ຈະປຶກສາຫາລືກ່ຽວກັບບັນຫາອາຍແກັສຈາກຣັດເຊຍ.

ສຳນັກຂ່າວ ຣອຍເຕີ,ລັດຖະມົນຕີ ພະລັງງານ ປະເທດ ສະມາຊິກ ສະຫະພາບ ເອີຣົບ(EU)ຈະປະຊຸມ ສຸກເສີນ ໃນວັນທີ2 ພຶດສະພານີ້ ເພື່ອແກ້ໄຂ ບັນຫາ ອາຍແກັສ ທີ່ຣັດເຊຍ ຕ້ອງການ ໃຫ້ຈ່າຍຄ່າ ອາຍແກັສ ເປັນສະກຸນ ເງິນຣູບ ຖ້າບໍ່ດັ່ງນັ້ນ ຈະໂຈະ ການສົ່ງ ອາຍແກັສ.ປັດຈຸບັນ ອີຢູ ນຳເຂົ້າ ອາຍແກັສ ແລະ ນ້ຳມັນ ຈາກຣັດເຊຍ.

ກວມເອົາ 40% ແລະ 20% ຂອງການນຳເຂົ້າ ທັງໝົດ.ຂະນະທີ່ ຄະນະ ກຳມາທິການ ເອີຣົບ, ຊຶ່ງເປັນໜ່ວຍງານ ບໍລິຫານຂອງ EU ຈະປະກາດ ໃນເດືອນນີ້ ກ່ຽວກັບແຜນການ ຢຸດເຊົາ ການເພິ່ງພາ ອາໄສ ເຊື້ອໄຟ ຟໍສຊີລ ຂອງ ລັດເຊຍ ໃນປີ 2027./.(ພາກຂ່າວຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

Related Posts

Leave a Reply

Your email address will not be published. Required fields are marked *