ຜົວຜູ້ໜຽວແໜ້ນໃນເປົ້າໝາຍ ເກາະລົດເມຍບໍປ່ອຍ.

ຄວາມຮັກນີ້ມັກເຮັດໃຫ້ຄົນລືມຄິດເຖິງອະນາຄົດໂຕເອງ ລືມໂຕເອງ ລືມເສຍດາຍຄວາມຮັກຂອງພໍ່ແມ່ທີ່ມອບໃຫ້ກ່ອນຈະເຕີບໃຫຍ່ມາເປັນຜູ້ເປັນຄົນ.

ເບິ່ງຜົວຄົນນີ້ ສຸດນ້ອຍໃຈເມື່ອເມຍຮັກມີຊູ້ ແລະຊັບລົດໜີຜົວບໍຄິດຫຍັງຫຼາຍໂດດເກາະກະໂປງໜ້າລົດ.

ເປັນຫຍັງເປັນກັນສູ້ຕາຍເກາະກະໂປງລົດມັນແບບນີ້ແລ.

ສ່ວນເມຍກໍ່ບໍສົນໃຈຂັບໜີໄປເປັນ 100 ກິໂລ ຈົນຕຳຫຼວດເຫັນທ່າບໍດີ ຕ້ອງຍີງລໍ້ລົດເພື່ອສະກັດຄວາມໄວ ແລະໃຫ້ຈອດ.

ໃນທີ່ສຸດ ຜົວກໍ່ໄດ້ລົງຈາກກະໂປງໜ້າລົດມາຢ່າງປອດໄພ ແຕ່ກໍ່ສ່ຽງຕໍ່ຊີວິດຫຼາຍເດີ້ ຢ່າໄປຮຽນແບບບໍມີເມຍຄົນນີ້ກໍຫາເອົາໃໝ່ຄົນດີໆຍັງມີຫຼາຍ.

ເຫດການນີ້ເກີດຂຶ້ນຢູ່ປະເທດໄທເມື່ອອາທິດຜ່ານມາ

Related Posts

Leave a Reply

Your email address will not be published. Required fields are marked *