ມັນສາຄູເປັນພືດທີ່ປູກງ່າຍ ເຊິ່ງປັດຈຸບັນແມ່ນບໍ່ຄ່ອຍປະກົດເຫັນ ຫຼື ບາງຄົນກໍ່ອາດຈະບໍ່ຮູ້ຈັກ ແຕ່ວ່າທີ່ນີ້ ເມືອງຊ່ອນ ແຂວງ ຫົວພັນກຳລັງສຸມໃສ່ໃນການປູກ ມັນສາຄູ ເພື່ອເປັນສິນຄ້າວາງແຜນໄວ້ປີນີ້ທີ່ 7.500 ໂຕນ.
ວັນທີ 26 ເມສາ 2022ນີ້ ທ່ານ ສຸລິນໄຊ ພົງສະຫວັດ ຫົວຫນ້າຫ້ອງການ ກະສິກຳ ແລະ ປ່າໄມ້ ເມືອງຊ່ອນ ແຂວງຫົວພັນ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ປະຊາຊົນທີ່ປູກມັນສາຄູ ບ້ານຊ່ອນໃຕ້ ເຂດບວກປາເຕັດ ຫ່າງຈາກບ້ານປະມານ 2 ກິໂລແມັດ.


ທ້າວ ພູວຽງ ບ້ານຊ່ອນໃຕ້ ກ່າວວ່າ: ໃນປີ 2021 ທີ່ຜ່ານມາ ຕົນເອງ ແລະ ຄອບຄົວໄດ້ປູກມັນສາຄູ ໃສ່ເນື້ອທີ່ພຽງ 1 ເຮັກຕາ ສາມາດເກັບກູ້ຜົນຜະລິດຕົວຈິງໄດ້ 28 ໂຕນ ຄິດເປັນເງິນ 14 ລ້ານກີບ ມັນສາຄູເປັນພືດທີ່ປູກງ່າຍ ໃຫຍ່ໄວ, ເສຍຫຍ້າຄັ້ງດຽວ ທີ່ສຳຄັນໃຫ້ຜົນຜະລິດສູງ ໃຊ້ເວລາປູກພຽງ 10-11 ເດືອນ ກໍສາມາດເກັບກູ້ໄດ້ແລ້ວ ສ່ວນຕະຫຼາດຈຳໜ່າຍແມ່ນມີພໍ່ຄ້າມາເກັບຊື້ກັບສວນເລີຍ ຂາຍໃນລາຄາ 500 ກີບຕໍ່ໜຶ່ງກິໂລ.
ສຳລັບປີນີ້ກໍ່ໄດ້ປູກໃສ່ເນື້ອທີ່ບ່ອນເກົ່າ ຄາດວ່າຈະສາມາດເກັບກູ້ຜົນຜະລິດໄດ້ 28-30 ໂຕນ, ພ້ອມນີ້ ຄອບຄົວຜູ້ກ່ຽວຍັງປູກຖົ່ວຂຽວປະສົມປະສານສະລັບໃສ່ມັນສາຄູ ເພື່ອປັບປຸງບຳລຸງດິນ ແລະ ທັງເປັນການສ້າງລາຍຮັບເສີມເຂົ້າຄອບຄົວ ເຊິ່ງພໍ່ຄ້າໃຫ້ລາຄາເກັບຊື້ເມັດຖົ່ວຂຽວໃນລາຄາ 1 ກິໂລ/10.000 ກີບ ແລະ ຄາດວ່າຈະເກັບຖົ່ວຂຽວໃນປີນີ້ໄດ້ 0.8 ໂຕນ.


ທ່ານ ສຸລິນໄຊ ພົງສະຫວັດ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງຊ່ອນ ໃຫ້ຮູ້ວ່າ: ຕາມແຜນແລ້ວ ປີ 2022ນີ້ ເມືອງຊ່ອນຈະສຸມໃສ່ປູກມັນສາຄູໃຫ້ໄດ້ເນື້ອທີ່ທັງຫມົດບໍ່ໃຫ້ຫລຸດ 250 ເຮັກຕາ ຜົນຜະລິດໃຫ້ໄດ້ 7.500 ໂຕນ ແລະ ຈະສ້າງລາຍຮັບໃຫ້ປະຊາຊົນໃຫ້ໄດ້ 3,7 ຕື້ກວ່າກີບຂື້ນໄປ.
ນີ້ກໍ່ເພື່ອເປັນການຊຸກຍູ້ສົ່ງເສີມການຜະລິດກະສິກຳເປັນສິນຄ້າຢູ່ເມືອງຊ່ອນໃຫ້ນັບມື້ຫຼາຍຂຶ້ນ ເປັນການສະໜອງຜົນຜະລິດກະສິກຳ ປ້ອນໃຫ້ແກ່ໂຮງງານແປຮູບຢູ່ພາຍໃນ ແລະ ສົ່ງອອກອີກດ້ວຍ.
ຂໍ້ມູນຈາກ: Media Laos