ຂີ່ລົດມາເຫັນພໍ່ຕູ້ນີ້ຍ່າງຕໍ່ຕີນຊ້າໆ ຈະໄປໂຮງໝໍ ກະເລີຍຈອດລົດຖາມວ່າຊິໄປໃສພໍ່ຕູ້ກະວ່າຊິໄປໂຮງໝໍ ຖາມວ່າເປັນຫຍັງກະວ່າເຈັບຫົວໃຈປວດກະດູກຕາມຕົນໂຕ ໂຕເອງເລີຍຖາມມານຳໃຜ
ເພີ່ນກະວ່າມາຜູ້ດຽວ ລູກເຕົ້າຖີ້ມປະໜົດ ເຂົາເນລະຄຸນພໍ່ ພໍ່ຢູ່ຫ້ອງແຖວຄົນດຽວເຊົ່າຫ້ອງຢູ່ເປັນພະນັກງານບຳນານ ລູກເຕົ້າມາຕົວະຂາຍດິນຂາຍລົດແລ້ວວ່າຊິເອົາໄປຢູ່ນຳສຸດທ້າຍກະບໍ່ເອົາໄປແລະຖີ້ມປະກະເລີຍໄດ້ຢູ່ຄົນດຽວ ມາໂຮງໝໍຄົນດຽວ

ຟັງແລ້ວນ້ຳຕາຈົນອອກ ໂຕເອງເລີຍພາໄປໂຮງໝໍແລະໃຫ້ນ້ອງໆຊ່ວຍກັນພາໄປກວດ ຫລັງຈາກກວດແລ້ວກໍ່ພາໄປສົ່ງຢູ່ຫ້ອງແຖວເພີ່ນເຊົ່າ ພໍ່ຕູ້ເປັນພະນັກງານບຳນານ ເຄີຍເປັນອາຈານສອນ ເປັນນັກຮົບເກົ່າ ມີເງິນເງິນຈ່າຍຫ້ອງແຖວ ແມ່ນໃຊ້ຈ່າຍເງິນບຳນານ?ແຖວຈອມມະນີ
ຢູ່ຄົນດຽວຕາມເພີ່ນບອກເລົ່າ ເຫັນແລ້ວກະເສົ້າໃຈໃຜຢາກຊ່ວຍເຫຼືອອາຫານການກິນເອົາບຸນນຳກັນບໍ່ ຕາມການບອກເລົ່າເພີ່ນບໍ່ຮູ້ວ່າແມ່ນເລື່ອງຈິງບໍ່ ຂໍອານຸຍາດເລົ່າແລະໂພຮດຕາມເພີ່ນໃຫ້ຂໍ້ມູນ ຖ້າບໍ່ຖືກບໍ່ຕ້ອງຂໍໂທດຂໍອະໄພຫຼາຍໆ??????ເພື່ອຫຼາຍໆຄົນຢາກຊ່ວຍເຫຼືອເພີ່ນ ???

ລູກຫຼານຢູ່ໃສນໍ້ ຄືປະເພີ່ນຢູ່ແບບນີ້???
ເຖີງຜ່ານມາເພີ່ນອາດຈະມີແນວດີຫຼືບໍ່ດີ ເພາະເຮົາອາດຈະບໍ່ຮູ່ກົກປາຍສາຍເຫດຫຼືເບື້ອງຫລັງ ແຕ່ຄຳວ່າພໍ່ຜູ້ໃຫ້ກຳເນີດກໍ່ຕ້ອງໄດ້ເບີ່ງແຍ່ງໃຫ້ເຖີງທີ່ສຸດ?

ຈະຊື້ເຂົ້ານ້ຳໜີ່ໄປໃຫ້ເພີ່ນ ໃຜຢາກສົມທົບເອົາບຸນນຳກັນລະສົ່ງຫາເດີ້?? ກິນໜີ່ຫໍ່ໜື່ງໃຫ້ໄດ້2-3ຄາບ?ແຮງເວົ້າແຮງອີ່ໂຕນ ມີແຕ່ໜີ່ກັບໄຂ່ກິນ????
ເຫັນແບບນີ້ຢາກມີເງິນຫຼາຍໆເດ້ ເຮັດບ້ານພັກຄົນສະລາ ສາທຸເດີ້ ຂໍໃຫ້ບຸນຜູ້ຂາມີ ໄດ້ເຮັດແດ່ທ້ອນ??????
ທີ່ມາ
