ບອກມາດຕະການເຂົ້າໄທ ອັບເດດໃໝ່ເລີ່ມ 1 ເດືອນ5 ເພື່ອຜູ້ຢາກໄປ.

ໄທເປັນປະເທດບ້ານໃກ້ເຮືອນຄຽງ ແຕ່ກ່ອນບໍ່ທັນມີໂຄວິດປະຊາຊົນລາວມັກທຽວໄປທຽວມາໃນແຕ່ລະວັນຈຳນວນຫຼາຍ ແຕ່ຫຼັງຈາກໂຄວິດລະບາດ ເຮັດໃຫ້ທຸກປະເທດປິດດ່ານຊາຍແດນ ແລະເຮັດໃຫ້ການໄປ-ມາບໍສະດວກເໝືອນແຕ່ກ່ອນ ຈະເຂົ້າຫຼື ອອກແມ່ນມີຂັ້ນຕອນທີ່ຂັ້ນຂ້າງຫຍຸ້ງຍາກ ຖ້າມີວຽກຈຳເປັນຕ້ອງໄປຄວນປະຕິບັດຕາມ ເຊິ່ງນີ້ເປັນເງື່ອນໄຂໃໝ່ຈະເລີ່ມປະຕິບັດແຕ່ວັນທີ 1 ພຶດສະພາເປັນຕົ້ນໄປ.

ການເດີນທາງໄປປະເທດໄທວັນທີ 1 ພຶດສະພາ 2022 ເປັນຕົ້ນໄປ ພ້ອມຄ່າໃຊ້ຈ່າຍ ບໍ່ວ່າຈະເດີນທາງ ທາງຍົນ ຫຼື ທາງບົກ ສິ່ງທີ່ຕ້ອງມີຄື:– ໃບແປວັກຊີນເປັນພາສາອັງກິດເພື່ອສະໝັກThailandpass (ສາມາດໄປແປໄດ້ທີ່ ສູນສຸກະພາບແມ່ ແລະ ເດັກ. ຫຼັງໂຮງໝໍເສດຖາທິລາດ ລາຄາ 30.000 ກີບ).

– ຊື້ປະກັນໄພຄວບຄຸມໂຄວິດຂັ້ນຕ່ຳ 10.000$ ສາມາດຊື້ໄດ້ທີ່: => https://bit.ly/3jUlU73– ຫຼັງຈາກໄດ້ເອກະສານຄົບແລ້ວໃຫ້ຜູ້ເດີນທາງລົງທະບຽນ Thailandpass ເພື່ອຂໍ QR code ກ່ອນການເດີນທາງ => https://tp.consular.go.th/.

ສຳຫຼັບຜູ້ເດີນທາງທ່ານໃດທີ່ເດີນທາງກັບສາຍການບິນລາວ. ໃຫ້ຕິດຕໍ່ສອບຖາມສາຍການບິນເລື່ອງກວດ COVID ກ່ອນເດີນທາງ.❌ ລະບົບ Thailandpass ໂຕໃຫມ່ຈະເລີ່ມໃຫ້ບໍລິການທີ 29 ເມສາ 2022 ນີ້ ສ່ວນປະຈຸບັນຍັງເປັນລະບົບເກົ່າທີ່ຂໍເອກະສານຈອງໂຮງແຮມກັກໂຕຢູ່.

ສ່ວນ ຂັ້ນຕອນການເດີນທາງກັບປະເທດລາວ ( ຂໍ້ມູນທີ່ໄດ້ຮັບປະຈຸບັນ )– ໃບແປວັກຊີນເພື່ອສະໝັກ www.laogreenpass.gov.la ເພື່ອຂໍ QR ເດີນທາງກັບປະເທດ.

– ກວດໂຄວິດຈາກໄທກ່ອນເດີນທາງເຂົ້າປະເທດລາວພາຍໃນ 72 ຊົ່ວໂມງ. ( ລາຄາຊອກມາໄດ້ຕອນນີ້ແມ່ນ 2,545 ບາດ )– ກວດໂຄວິດອີກຄັ້ງເມື່ອເດີນທາງມາຮອດປະເທດລາວບໍ່ວ່າຈະທາງຍົນ ຫຼື ທາງບົກ [ ກວດຢູ່ໜ້າດ່ານຈ່າຍເງີນ 650,000 ]– ຈອງໂຮງແຮມເພື່ອກັກໂຕເອງ 2 ຄືນເພື່ອລໍຖ້າຜົນກວດອອກ ລາຄາ ຖືກສຸດ 900,000 ກີບ– ເສຍຄ່າລົດເມຂຽວມາສົ່ງທີ່ໂຮງແຮມກັກໂຕ 500 ບາດ( ຮັບຫນ້າດ່ານ )

Related Posts

Leave a Reply

Your email address will not be published. Required fields are marked *