ພຽງແຕ່ດື່ມນ້ຳຕົ້ມ “ກ້ານໝາກເຜັດ” ບັນຫາໝາກໄຂ່ຫຼັງຫາຍດີຢ່າງເຫຼືອເຊື້ອ!!…

ມີຫຼາຍທ່ານອາດຈະຮູ້ພຽງແຕ່ວ່າ ໝາກເຜັດເປັນພຽງແຕ່ສ່ວນປະກອບໃສ່ໃນອາຫານ ແລະ ຕໍາແຈ່ວເທົ່ານັ້ນ ແຕ່ທີ່ແທ້ຈິງແລ້ວກ້ານ ຫຼື ຕົ້ນຂອງໝາກເຜັດ ຍັງມີຜົນປະໂຫຍດຫຼາຍ ກວ່າດັ່ງທີ່ດັ່ງທີ່ທ່ານຮູ້.

ຊັບພະຄຸນ: ດື່ມຕົ້ມນໍ້າຂອງຕົ້ນໝາກເຜັດຈະໄປລ້າງສິ່ງເສດເຫຼືອ, ສານຜິດຕ່າງໆໃນໝາກ ໄຂຫຼັງ ເຮັດໃຫ້ລະບົບການຂັບຖ່າຍຂອງນໍ້າປັດສະຫວະເປັນປົກກະຕິ, ຊ່ວຍການໄຫຼວຽນ ເລືອດໃນຮ່າງກາຍເດີນເປັນປົກກະຕິດີ, ຊ່ວຍການຟ໋ອກເລືອດ, ຊ່ວຍລະບົບຂັບຖ່າຍໃນ ຮ່າງກາຍດີຂື້ນ, ຊ່ວຍຂັບໄຫຼສານຜິດອອກຈາກຮ່າງກາຍ, ຊ່ວຍກະຕຸ້ນເຮັດໃຫ້ຈະເລີນອາ ຫານ, ຊ່ວຍບຳລຸງທາດອາຫານໃນຮ່າງກາຍ ແລະ ໃຜທີ່ເປັນເບົາຫວານລອງໄດ້ບໍ່ເສຍ ຫາຍຂອງດີໃກ້ໂຕລອງດື່ມກັນເລີຍ.

ນອກຈາກກ້ານແລ້ວ ໝາກເຜັດຂີ້ໜູຍັງມີປະໂຫຍດ:

– ໝາກເຜັດຂີ້ໜູເປັໝາກເຜັດປະເພດດຽວທີ່ກິນແລ້ວອອກລິດໄວ ແຕ່ໝົດລິດໄວເຮັດໃຫ້ ຜູ້ກິນບໍ່ເຈັບ ແລະ ບໍ່ເຜັດທ້ອງ ເວລາກິນເຂົ້າໄປມີລິດຂັບປັດສະຫວະ, ຫຼຸດລະດັບນ້ຳຕານ ໃນເມັດເລືອດ ແລະ ຊ່ວຍຢັບຢັ້ງການດູດຊຶມທາດນ້ຳຕານໃນລະບົບທາງເດີນອາຫານ, ຊ່ວຍໃຫ້ຈະເລີນອາຫານ, ຕ້ານເຊືອລາ ແລະ ໄວຣັດ ໝາກເຜັດມີລົດຊາດເຜັດຮ້ອນໃຊ້ ຂັບລົມ ແລະ ຂັບນໍ້າປັດສະຫວະ, ແກ້ທ້ອງອືດ. ຮາກໃຊ້ປົນກັບນ້ຳໝາກນາວ ແລະ ເກືອ ເປັນຢາແກ້ເຈັບຄໍ, ໃບແມ່ນແກ້ຫວັດ ແລະ ເຈັບຫົວ.

ຊີ່ງທັງໝົດທີ່ໄດ້ເວົ້າມານີ້ ແມ່ນຈະໃຊ້ຕົ້ນໝາກເຜັດຊະ ນິດໃດກໍໄດ້ ແຕ່ດີທີ່ສຸດຕ້ອງແມ່ນຕົ້ນໝາກເຜັດຂີ້ໜ ແລະ ເປັນຕົ້ນທີ່ປູກໂດຍທໍາມະຊາດ ບໍ່ໄດ້ໃສ່ປຸ່ຍເຄມີອື່ນໆ.

* ວິທີເຮັດ.

– ນໍາເອົາກ້ານໝາກເຜັດມາລ້າງໃຫ້ສະອາດປາສະຈາກສານເຄມີແລ້ວນຳໄປຕາກແຫ້ງ.

– ກຳເອົາກ້ານໝາກເຜັດແຫ້ງ 1 ກຳມືຕົ້ມກັບນ້ຳ 3 ຈອກໃຫ້ຝົດ ແລະ ຕົ້ມໄປເລື້ອຍໆຈົນໃຫ້ເຫຼືອພຽງປະລິມານ 1 ຈອກສຳຫຼັບດື່ມຕອນເຊົ້າ;

– ຫຼັງຈາກນັ້ນຕົ້ມໃໝ່ອີກເທື້ອໜື່ງ ເພື່ອໄວ້ດື່ມຕອນແລງ;ຕົ້ມກິນແບບນີ້ຈົນເປັນເວລາ 7 ມື້ ຈະເຫັນຜົນເລີຍ.

– ຜົນທີ່ເຫັນຄືມື້ທຳອິດທີ່ດື່ມນັ້ນເຮົາຈະເຫັນໄດ້ຢ່າງຊັດເຈນນໍ້າຍ່ຽວອອກມາເປັນສີເຫຼືອງໆ ແລະ ມື້ຕໍ່ໆໄປຄ່ອຍມີສີຈາງຂື້ນເລື້ອຍໆ.

Related Posts

Leave a Reply

Your email address will not be published. Required fields are marked *