ເກີດເຫດ ລົດລົດພວງບັນທຸກສິນຄ້າປະເພດເຄື່ອງສົດຈາກຊຽງຂອງ ແຂວງຊຽງຣາຍ ຣາຊາອານາຈັກໄທພິກຂວໍາທີ່ແຂວງບໍ່ແກ້ວ ສປປລາວ.

ໃນເວລາປະມານ12:30ນາທີ ວັນທີ 23 ເມສາ 2022 ໄດ້ເກີດເຫດລົດລົດພວງບັນທຸກສິນຄ້າເຄື່ອງສົດຈາກຊຽງຂອງ ແຂວງຊຽງຣາຍ ຣາຊາອານາຈັກໄທທະບຽນ73-5218 ສົນບູຣິ ພິກຂວໍ້າທີ່ແຂວງບໍ່ແກ້ວ ສປປລາວ.

ເຊິງຜູ້ຂັບລົດແມ່ນທ້າວ ສຸວິດ ຊັນຊາດໄທ ໃຫ້ຂໍ້ມູນເບື່ອງຕົ້ນວ່າ:ຕົນເອງຂັບລົດຂົນສົ່ງສິນຄ້າປະເພດເຄື່ອງສົດມາແຕ່ຊຽງຂອງປະເທດໄທ ເພື່ອມາສົ່ງໃຫ້ ລູກຄ້າທີ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ແລນດ້ວຍຄວາມໄວປະມານ 30 ກິໂລ ຕໍ່ຊົວໂມງ, ແຕ່ມາຮອດ ຈຸດ 4 ແຍກແຜນການ ເມືອງຫ້ວຍຊາຍແຊວງບໍ່ແກ້ວ ໄດ້ເກີດອຸປະຕິເຫດພິກຂວໍ້າ ສາເຫດຍ້ອນບໍ່ຄຸນເຄີຍກັບເສັ້ນທາງ.

ຜູ້ຂັບຂີ່ແມ່ນປອດໄພ ປະຈຸບັນພາກສວນທີ່ກ່ຽວຂ້ອງແມ່ນກຳລັງດຳເນີນການຊ່ວຍເຫຼື້ອ.ສວນຄ່າເສຍຫາຍຈະແຈ້ງໃຫ້ຮູ້ຕາມພາຍລັງ.

ພາບ-ຂ່າວ:ຄຳພັນ ແກ້ວມະນີ