ໃນວັນທີ 8 ເມສາ 2022 ຜ່ານມານີ້ຢູ່ເຂດແດນຂອງບ້ານວັງເຮືອ ເມືອງທຸລະຄົມ ແຂວງວຽງຈັນ ໄດ້ຈັດພິທີທໍາລາຍລູກລະເບີດຂຶ້ນ ໂດຍການເຂົ້າຮ່ວມຂອງ ທ່ານ ສົນທະລາ ພິມມະວົງ ວິຊາການ ທໍ າ ລ າ ຍ ລ ະ ເ ບີ ດ ຂັ້ນສູງ ໜ່ວຍງານສໍາຫລວດ, ກວດກູ້ ແລະ ທໍ າ ລ າ ຍ ລ ະ ເ ບີ ດ ຫ້ອງການຄະນະກໍາມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາ ລ ະ ເ ບີ ດ ບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ, ຕາງໜ້າໃຫ້ຄະນະພັກ, ອົງການປົກຄອງເມືອງ.
ຈຸດທີ່ພົບເຫັນ ລູ ກ ລ ະ ເ ບີ ດ ນັ້ນຢູ່ຫ່າງໄກຈາກບ້ານວັງເຮືອພໍສົມຄວນ, ເຊິ່ງອາດແມ່ນບໍລິເວນຄ້າຍທະຫານເກົ່າຂອງຈັກກະພັດທີ່ໄດ້ມາເຄື່ອນໄຫວເຮັດສົງຄາມຢູ່ ສປປ ລາວ ໃນເມື່ອກ່ອນ.
ໂດຍ ທ່ານ ໄມ ໄຊຍະວົງ ກໍາມະການພັກເມືອງ, ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງທຸລະຄົມ, ພ້ອມດ້ວຍຕາງໜ້າຄະນະຮັບຜິດຊອບຈາກໜ່ວຍງານກ່ຽວຂ້ອງຂອງແຂວງວຽງຈັນ, ຂອງເມືອງທຸລະຄົມ ພ້ອມດ້ວຍການຈັດຕັ້ງບ້ານວັງເຮືອ ແລະ ໜ່ວຍງານກ່ຽວຂ້ອງເຂົ້າຮ່ວມ.

ເຊິ່ງລູກລະເບີດທີ່ທໍາລາຍຄັ້ງນີ້ມີທັງໝົດ 350 ລູກ ແລະ ຍັງບໍ່ທັນໄດ້ ທໍ າ ລ າ ຍ 411 ລູກ ເຊິ່ງວິທີການຂັ້ນຕອນກໍາຈັດ ທໍ າ ລ າ ຍ ໄດ້ປະຕິບັດຕາມຫລັກວິຊາການຈາກໜ່ວຍງານກ່ຽວຂ້ອງເພື່ອຮັບປະກັນຄວາມປອດໄພຮອບດ້ານ.
