ມື້ດຽວເສຍຊີວິດຕາມທ້ອງຖະຫນົນ 5 ຄົນ..

ມື້ດຽວເສຍຊີວິດຕາມທ້ອງຖະຫນົນ 5 ຄົນ.

————-ເຈົ້າໜ້າທີ່ກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫລສດ ກະຊວງ ປກສ ໃຫ້ຂໍ້ມູນວ່າ: ໃນວັນທີ 21 ເມສາ ນີ້, ທົ່ວປະເທດມີອຸບັດຕິເຫດທາງຖະໜົນເກີດຂຶ້ນທັງໝົດ 14 ຄັ້ງ ເຮັດໃຫ້ມີຜູ້ເສຍຊີວິດ 5 ຄົນ, ໃນນີ້ ເສຍຊີວິດຢູ່ໃນນະຄອນຫຼວງວຽງຈັນ 4 ຄົນ ແລະ ບໍ່ແກ້ວ 1 ຄົນ.

ສຳລັບ ນະຄອນຫຼວງວຽງຈັນ ມີອຸບັດຕິເຫດເກີດຂຶ້ນ 6 ຄັ້ງ ມີຜູ້ເສຍຊີວິດ 4 ຄົນ ກໍລະນີທີ່ເຮັດໃຫ້ເສຍຊີວິດມີ ລົດຈັກລົ້ມເອງ, ລົດຈັກຕຳລົດບັນທຸກ, ລົດຍົນຕຳລົດຍົນ, ລົດຍົນຕຳລົດບັນທຸກ; ແຂວງຫຼວງນໍ້າທາເກີດຂຶ້ນ 2 ຄັ້ງ, ບໍ່ແກ້ວ 1 ຄັ້ງ ເສຍຊີວິດ 1 ຄົນ ລົດຈັກຕຳລົດ 3 ລໍ້ໄຟຟ້າ; ຊຽງຂວາງ 1 ຄັ້ງ, ວຽງຈັນ 1 ຄັ້ງ, ຈຳປາສັກ 2 ຄັ້ງ ແລະ ແຂວງເຊກອງ 1 ຄັ້ງ.

ເຈົ້າຫນ້າທີ່ຕຳຫລວດຈະລາຈອນ ຝາກເຕືອນ ໄລຍະຕົ້ນລະດູຝົນ ເຮັດໃຫ້ຝົນຕົກ ທາງປຽກມື່ນ ອາດເຮັດໃຫ້ອຸບັດຕິເຫດເກີດຂຶ້ນໄດ້ງ່າຍ ຂໍໃຫ້ທຸກທ່ານທີ່ໃຊ້ລົດໃຊ້ຖະໜົນ ຄ່ອຍໄປຄ່ອຍມາ, ມີສະຕິກ່ອນຂັບຂີ່ທູກຄັ້ງ ເພື່ອຄວາມປອດໄພ.

ຂ່າວ: ຈັນສະໝອນ

Related Posts

Leave a Reply

Your email address will not be published. Required fields are marked *