ສປປ ລາວ ກຳລັງພັດທະນາຂຶ້ນຢ່າງຕໍ່ເນື່ອງອີງໃສ່ທ່າແຮງຕົວຈີງຂອງປະເທດ ແຕ່ໃນນັ້ນເຮົາກໍຍັງຂາດຫຼາຍປັດໄຈທີ່ເປັນຄວາມຕ້ອງການຂອງປະຊາຊົນ ແຕ່ບໍ່ທັນມີບ່ອນຜະລິດ ແລະຮອງຮັບ ເປັນຕົ້ນໂຮງງານຫຼອມຄຳ, ທະນາຄານຝາກຄຳ, ການແປຮູບສິນຄ້າຈາກກະສິກຳຕົວຢ່າງຄືຖົ່ວເຫຼືອງເຮົາມີພື້ນທີ່ດິນປະຊາຊົນມີມູນເຊື້ອເຮັດການຜະລິດ ແລະຜົນໄດ້ຮັບດີແຕ່ບໍ່ທັນມີໂຮງງານເກັບຊື້ ແລະແປຮູບເປັນສິນຄ້າແລະອື່ນໆ.

ຫຼ້າສຸດນີ້, ລັດຖະບານແຫ່ງ ສປປ ລາວ ອະນຸຍາດໃຫ້ ບໍລິສັດ ວິໄລກຸນ ອິນເຕີເນຊັນແນວ ບໍ່ຄຳ ຈຳກັດ ສຶກສາຂໍ້ມູນ ແລະ ຄວາມເປັນໄປໄດ້ ໂຄງການລົງທຶນຢູ່ ສປປ ລາວ ໂດຍໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາຂໍ້ມູນ ແລະ ສຶກສາຄວາມເປັນໄປໄດ້ໃນການລົງທຶນຢູ່ ສປປ ລາວ ໃນວັນທີ 18 ເມສາ 2022 ທີ່ນະຄອນຫລວງ ວຽງຈັນ, ຕາງໜ້າລັດຖະບານລາວ ເຊັນໂດຍ ທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ຝ່າຍ ບໍລິສັດເຊັນໂດຍ ທ່ານ ວຽງໄຊ ວິໄລກຸນ ປະທານ ບໍລິສັດ ວິໄລກຸນ ອິນເຕີເນຊັນແນວ ບໍ່ຄຳ ຈຳກັດ ໂດຍມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ເປັນສັກຂີພິຍານ.

ທ່ານ ວຽງໄຊ ວິໄລກຸນ ປະທານ ບໍລິສັດ ວິໄລກຸນ ອິນເຕີເນຊັນແນວ ບໍ່ຄຳ ຈຳກັດ ກ່າວວ່າ: ການເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້, ເພື່ອປະກອບສ່ວນໃນການຊຸກຍູ້ການລົງທຶນຢູ່ ເຂົ້າໃນຂະແໜງການຕ່າງໆຢູ່ ສປ ລາວ ແລະ ທັງປະກອບສ່ວນໃນການພັດທະນາປະເທດ ໂດຍຈະໄດ້ສຶກສາການກໍ່ສ້າງໂຮງງານຫລອມຄຳ ໃຫ້ໄດ້ມາດຕະຖານສາກົນ ຕາມຕະຫລາດລອນດອນ ແລະ ການບໍລິການ, ການກໍ່ສ້າງທະນາຄານຝາກຄຳ, ການສ້າງໂຮງງານ ແລະ ຜະລິດແຜງພະລັງງານໄຟຟ້າແສງຕາເວັນ, ການປູກຖົ່ວເຫລືອງ ແລະ ສ້າງໂຮງງານຜະລິດນໍ້າມັນຖົ່ວເຫລືອງ, ການຊອກຄົ້ນ, ສຳຫລວດ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳ ແລະ ແຮ່ຕິດພັນ ແລະ ການສ້າງໂຮງງານຜະລິດເຈ້ຍເສດ ເພື່ອນຳມາໃຊ້ຄືນ.

ບັນດາໂຄງການທີ່ຢູ່ໃນແຜນການຂອງບໍລິສັດວິໄລກຸນ ອິນເຕີເນຊັນແນວ ບໍ່ຄຳຈຳກັດແມ່ນຈະໃຊ້ເວລາໃນການສຶກສາຂໍ້ມູນພາຍໃນ 24 ເດືອນ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ນັກລົງທຶນເຊື້ອສາຍລາວຈາກສະຫະລັດ ກໍໄດ້ເຊັນບົດບັນທຶກຄວາມເຂົ້າໃຈຫລື MOU ກັບລັດຖະບານລາວ ໃນວັນທີ 18 ເມສາຜ່ານມາ ຊຶ່ງໃນນັ້ນ ມີ 6 ໂຄງການ ຄື ໂຮງງານຫລອມຄຳ, ທະນາຄານຄຳ, ໂຮງງານແຜງຜະລິດພະລັງງານ ຈາກແສງຕາເວັນ, ໂຮງງານຜະລິດນ້ຳມັນຖົ່ວເຫລືອງລວມທັງການປູກຖົ່ວເຫລືອງ, ການສຳຫລວດແຮ່ຄຳພ້ອມກັບແຮ່ທາດອື່ນໆ, ແລະໂຮງງານຜະລິດເຈ້ຍຈາກເສດເຈຍທີ່ເອົາມາໝູນໃຊ້ໃໝ່. ທ່ານວຽງໄຊ ວິໄລກຸນ, ປະທານບໍລິສັດບໍ່ຄຳສາກົນວິໄລກຸນ ຫລື Wilaikul International Gold Mines Co. Ltd. ທີ່ເປັນຜູ້ເຊັນ MOU ເວົ້າສູ່ຟັງວ່າ ສອງໂຄງການທີ່ຈະເລີ້ມການສຶກສາຄວາມເປັນໄປໄດ້ໃນເວລານີ້ ກໍຄືໂຮງງານຫລອມຄຳ ແລະທະນາຄານຄຳ ທີ່ມີມູນຄ່າຫລາຍຮ້ອຍລ້ານໂດລາ.

ບໍລິສັດບໍ່ຄຳສາກົນວິໄລກຸນສ້າງຕັ້ງຂຶ້ນຢູ່ລາວຕັ້ງແຕ່ປີ 2012 ແລະໄດ້ດຳເນີນການສຳຫລວດມາໄດ້ຫລາຍປີແລ້ວ. ປັດຈຸບັນກຳລັງຈະຍື່ນໃບສະເໜີຂໍຂຸດຄົ້ນຄຳ ຢູ່ທີ່ເມືອງຊະນະຄາມ, ແຂວງວຽງຈັນ ແລະໂຮງງານຫລອມຄຳກໍຈະຕັ້ງຢູ່ໃນເຂດດຽວກັນ. ສ່ວນອີກ 4 ໂຄງການທີ່ເຫລືອນັ້ນ ກໍຈະດຳເນີນການສຶກສາຄວາມເປັນໄປໄດ້ ໃນໄວໆນີ້ ແລະຈະນຳເອົານັກລົງທຶນຈາກສະຫະລັດໄປລົງທຶນ ຮ່ວມກັບບໍລິສັດຂອງທ່ານ ເຊັ່ນກັນ. ໂດຍມີຈິດໃຈຢາກສ້າງສາບ້ານເກີດເມືອງນອນ, ນັກທຸລະກິດອາເມຣິກັນເຊື້ອສາຍລາວທ່ານນີ້ເວົ້າວ່າ ທຸກໆໂຄງການແມ່ນຈະໃຫ້ລັດຖະບານລາວມີຫຸ້ນສ່ວນປະມານ 20 ເປີເຊັນ ແລະເສຍພາສີໃຫ້ລັດຖະບານຢ່າງເຕັມສ່ວນ.