ມື້ດຽວ ປກສ ເມືອງໄຊທານີ ມ້າງຄະດີຢາເສບຕິດ ໄດ້ 6 ຈຸດ ຢຶດໄດ້ຢາບ້າ 4 ແສນກວ່າເມັດ.
ໃນວັນທີ 16 ມີນາ 2022, ກອງບັນຊາການ ປກສ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ໄດ້ລົງມ້າງເຄືອຂ່າຍຄະດີຢາເສບ ຕິດລາຍໃຫຍ່ຢູ່ເຂດບ້ານຕານມີ ໄຊ ຈັບໄດ້ 3 ຄົນ ພ້ອມຂອງກາງຢາ ບ້າ ແລະ ຢາໄອສ໌ ແລ້ວສືບຕໍ່ມ້າງຕາມການຊັດທອດຫາຜູ້ຮ່ວມຂະບວນການ ດຽວກັນໄດ້ອີກ 5 ກຸ່ມ ລວມຂອງ ກາງຢາບ້າ 471.465 ເມັດ, ຢາໄອສ໌ 6 ຖົງໃຫຍ່ ກັບ 3 ຖົງນ້ອຍ, ເຮໂຣອິນ 1 ຖົງນ້ອຍ, ປືນສັ້ນ 1 ກະບອກ, ເງິນສົດ, ລົດໃຫຍ່ ແລະ ລົດຈັກ.
ພັທ ສຸລິວັນ ແກ້ວມະນີວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງໄຊທານີ ຜູ້ຊີ້ນໍາວຽກ ງານຕໍາຫຼວດ ຖະແຫຼງຕໍ່ສື່ມວນຊົນ ປກສ ໃນວັນທີ 21 ເມສາ 2022 ວ່າ: ເພື່ອປະຕິບັດຕາມແຜນງານ ຂອງວາລະແຫ່ງຊາດວ່າດ້ວຍການແກ້ໄຂຢາເສບຕິດ, ກອງບັນຊາ ການ ປກສ ເມືອງໄຊທານີ ຈຶ່ງສ້າງແຜນລະອຽດໃນການແກ້ໄຂບັນຫາຢາເສບຕິດຢູ່ພາຍໃນເມືອງ; ພາຍຫຼັງ ໄດ້ຮັບຂໍ້ມູນຈາກແຫຼ່ງ.
ຂ່າວວ່າຈະມີການຊື້-ຂາຍຢາເສບ ຕິດ, ພະແນກຕໍາຫຼວດ ກອງບັນຊາ ການ ປກສ ເມືອງໄຊທານີ ຈຶ່ງແຕ່ງ ຕັ້ງກໍາລັງວິຊາສະເພາະລົງແກ້ໄຂ ເປົ້າໝາຍ ໃນເວລາ 10 ໂມງ ຂອງ ວັນທີ 16 ມີນາ ຢູ່ເຂດບ້ານຕານມີ ໄຊ ສາມາດຈັບຕົວໄດ້ 3 ຄົນ ຍິງ 1 ຄົນ ຢຶດຢາບ້າໄດ້ 465 ເມັດ, ຢາໄອສ໌ 1 ຖົງນ້ອຍ ນໍາມາສືບ ສວນຂະຫຍາຍຜົນ; ຜ່ານການສືບ ສວນພວກກ່ຽວຈຶ່ງຊັດທອດຫາ.
ຜູ້ຮ່ວມຂະບວນການດຽວ ກັນ; ຈາກນັ້ນ, ຮອດເວລາ 11 ໂມງ ຂອງວັນດຽວກັນຈຶ່ງລົງມ້າງຢູ່ເຂດ ບ້ານໜອງພະຍາ ກັກຕົວເປົ້າໝາຍ ໄດ້ 1 ຄົນ ມີຂອງກາງເຮໂຣອິນ 1 ຖົງນ້ອຍ, ຕໍ່ມາເວລາ 13 ໂມງໄດ້ເຂົ້າມ້າງກຸ່ມແກ້ງດຽວກັນຢູ່ເຂດ ບ້ານດົງໂດກ ກັກຕົວເປົ້າໝາຍໄດ້ 2 ຄົນ ຍິງ 1 ຄົນ; ຮອດເວລາ 15 ໂມງ ໄດ້ລົງແກ້ໄຂກຸ່ມເປົ້າໝາຍ ດຽວກັນຢູ່ເຂດບ້ານຫ້ວຍຫົງ ເມືອງຈັນທະບູລີ ກັກຕົວເປົ້າ ໝາຍໄດ້ 1 ຄົນ
ຍິຶດຢາບ້າໄດ້ 38 ແພັກ ກັບ 5 ຖົງ ເທົ່າກັບ 229. 000 ເມັດ, ຢາໄອສ໌ 4 ຖົງໃຫຍ ແລະ 1 ຖົງນ້ອຍ, ປືນສັ້ນ 9 ມມ 1 ກະບອກພ້ອມລູກປືນ 7 ລູກ; ຕໍ່ມາເວລາ 17 ໂມງ ໄດ້ລົງແກ້ໄຂຕາມການ ຊັດທອດຢູ່ເຂດບ້ານໄຊ ສະຫວ່າງ ສາມາດກັກຕົວເປົ້າໝາຍ ໄດ້ 5 ຄົນ ຍິງ 3 ຄົນ.
ພ້ອມຂອງກາງ ຢາບ້າ 7 ມັດ ເທົ່າກັບ 14.000 ເມັດ, ຢາໄອສ໌ 2 ຖົງໃຫຍ່, ລົດ ໃຫຍ່ 1 ຄັນ ແລະ ລູກປືນສັ້ນ 6 ລູກ; ຈາກນັ້ນ, ເວລາ 22 ໂມງ ໄດ້ ລົງແກ້ຕາມຄໍາຊັດທອດຢູ່ເຂດ ບ້ານຫົວຊຽງ ກັກຕົວເປົ້າໝາຍໄດ້ 4 ຄົນ ພ້ອມຂອງກາງຢາບ້າ 38 ແພັກ ເທົ່າກັບ 228.000 ເມັດ.
ຈາກການລົງແກ້ໄຂເປົ້າໝາຍຢາເສບຕິດໃນຄັ້ງນີ້, ເຈົ້າໜ້າທີ່ ປກສ ເມືອງໄຊທານີ ສາມາດກັກ ຕົວເປົ້າໝາຍໄດ້ທັງໝົດ 16 ຄົນ ຍິງ 5 ຄົນ; ຜ່ານການສືບສວນ-ສອບສວນ ເຫັນມີສ່ວນກ່ຽວພັນ ກັບຢາເສບຕິດ ແທ້ 6 ຄົນຄື: ທ້າວ ພຸດທະໄຊ ຫຼື ຕ້ອມ ອາຍຸ 31 ປີ ຢູ່ບ້ານຕານມີໄຊ,
ທ້າວ ພູວົງ ຫຼື ວັນ ອາຍຸ 20 ປີ ຢູ່ບ້ານໜອງພະຍາ, ທ້າວ ວັນດີທໍ່ ອາຍຸ 23 ປີ ຢູ່ບ້ານ ດົງໂດກ, ທ້າວ ກູຢ່າງ ອາຍຸ 28 ປີ ຊ່າງສັກລາຍ ພັກເຊົາຢູ່ບ້ານໄຊສະ ຫວ່າງ, ທ້າວ ອານຸຊາ ຫຼື ແຫຼມ ອາຍຸ 27 ປີ ຢູ່ບ້ານຫົວຊຽງ ແລະ ທ້າວ ເອຍເຮີ ອາຍຸ 25 ປີ ຢູ່ບ້ານ ຫ້ວຍຫົງ ເມືອງຈັນທະບູລີ;
ສ່ວນ ອີກ 10 ຄົນເຫັນວ່າບໍ່ກ່ຽວພັນ ກັບຢາເສບຕິດ ເປັນພຽງຜູ້ມົ້ວສຸມ ເສບຢາເສບຕິດ ເຈົ້າໜ້າທີ່ຈຶ່ງໄດ້ ສຶກສາອົບຮົມ ມອບໃຫ້ຜູ້ປົກຄອງ ແລະ ການຈັດຕັ້ງບ້ານສຶກສາອົບ ຮົມກ່າວເຕືອນ.
ສໍາລັບຂອງກາງທີ່ກ່ຽວຂ້ອງ ກັບຄະດີນອກຈາກຢາເສບຕິດ ແລ້ວ ຍັງມີລົດໃຫຍ່ 2 ຄັນ, ລົດຈັກ 3 ຄັນ, ເງິນກີບ 6.400. 000 ກີບ, ເງິນບາດ 82.000 ບາດ,
ເງິນໂດລາ 1.000 ໂດລາ, ສາຍແຂນຄ້າຍຄືຄໍາ 1 ເສັ້ນ, ແຫວນຄ້າຍຄື 1, ວົງ, ສາຍຄໍ ຄ້າຍຄືຄື 1 ເສັ້ນໂທລະສັບ 7 ໜ່ວຍທີ່ເຈົ້າໜ້າທີ່ອາຍັດໄວ້.
ຊົມຄຼິບ.