ໄຟໄຫມ້ ເຮືອນຮອງນາຍບ້ານ ທົ່ງສ້າງນາງ
ໃນເວລາ 00 ໂມງ 30 ນາທີ ຂອງວັນທີ 21 ເມສາ 2022, ພະແນກຕຳຫຼວດຈະກີດກັ້ນ ແລະ ຕ້ານ ອີກຄີໄພ ນະຄອນຫຼວງວຽງຈັນ, ໄດ້ຮັບແຈ້ງທາງ ໂທລະສັບ ເກີດເຫດການໄຟໄໝ້ ເຮືອນ ຕັ້ງຢູ່ບ້ານ ທົ່ງສ້າງນາງ ໜ່ວຍ 25 ເມືອງ ຈັນທະບູລີນະຄອນຫຼວງວຽງຈັນ.
ເຈົ້າຫນ້າທີ່ພະແນກຕຳຫລວດສະກັດກັ້ນ ແລະ ຕ້ານອກກຄີໄພ ( ພຕພ ) ໃຫ້ຂໍ້ມູນວ່າ: ເມື່ອໄດ້ຮັບແຈ້ງພະແນກ ສະກັດກັ້ນ ອລະ ຕ້ານອັກຄີໄພ ໄດ້ກຽມພ້ອມພາຫະນະ ແລະກຳລັງພົນອອກໄປຫາຈຸດເກີດເຫດໂດຍໃຊ້ລົດມອດໄຟ ຈໍານວນ 2 ຄັນ.
ພະນັກງານອ້າຍນ້ອງ 12 ສະຫາຍ ເມື່ອມາເຖິງເກີດເຫດ ເຈົ້າໜ້າທີ່ວິຊາສະເພາະ ກໍໄດ້ເຂົ້າມອດໄຟໄຫນ້ ໃຊ້ເວລາບມອດ 2 ຊົ່ວໂມງ ໄຟດັບມອດລົງ.
ເຊິ່ງເຮືອນຫຼັງດັ່ງກ່າວ ເປັນເຮືອນ ຂອງ ນາງ ຕາລີ ສີສົມຫວັງ ອາຍຸ 60 ປີ, ຮອງນາຍບ້ານ ບ້ານ ທົ່ງສາງນາງ, ເຮືອນມີລັກສະນະ ເປັນເຮືອນສອງຊັ້ນ ຊັ້ນລຸ່ມກໍ່ດ້ວຍຊີມັງ, ຊັ້ນສອງແຄມວຍໄມ້ແປ້ນ.
ມຸງດ້ວຍສັງກະສີ ຂະໜາດຂະໜາດ 12 1 x 18 m ຖືກໄໝ້ໝົດ ລົດໃຫຍ່ 3 ຄົນ, ລົດຮຸນໄດ ກັນ ລົດກງ 2 ຄັນ, ລົດຈັກ ສະກຸບປີ້ 1 ກັນ, ລົດຈັກ ເວບ100 ຈຳນວນ 1ຄັນ ຖືກໄໝ້ໝົດ. ມູນຄ່າເສຍຫາຍ ຍັງຢູ່ໃນການປະເມີນ.
ສາເຫດທີ່ພາໃຫ້ເກີດອັກຄີໄຟໃນຄັ້ງນີ້ ຍ້ອນເກີດ ຈາກໄຟຟ້າລັດວົງຈອນ(ໄຟຟ້າຊ໋ອດ) ຢູ່ເທິງເພດານ ຊັ້ນສອງຈຶ່ງເປັນສາເຫດຂອງການໄໝ້ໃນຄັ້ງນີ້.
ຊົມຄຼິບ.