ສຳເລັດແລ້ວຣັດເຊຍບຸກໂຮງຫຼອມເຫຼັກພ້ອມປ່ຽນທຸງໂຊວຽດແທນທີ່ທຸງຊາດຢູເຄຼນ.

ມາຣີອູໂປລ ໄດ້ຮັບການປົດປ່ອຍເສັດສົມບູນ ຫຼັງຣັສເຊຍຢ່ອນລະເບີດລູກໃຫຍ່ລົງຫຼັງຄາໂຮງຫຼອມເຫຼັກອາຊັອຟສຕັນ ຝັງທັງເປັນພວກນິໂອນາຊີຫຼາຍຮ້ອຍ ຫຼືອາດມີເຖິງ 3.000 ຄົນ ທີ່ແອອັດໃນຊັ້ນໃຕ້ດິນ ແລະທຸກຈອກແຈຂອງໂຮງງານ..

ທຸງຊາດຢູເຄຣນ ທີ່ຕິດຢູ່ເທິງປາກປ່ອງຄັວນໂຮງງານ ຖືກປົດລົງ ແລະແທນດ້ວຍທຸງແດງໂຊວຽດ.. ການເກັບກວດອະນາໄມ ແລະຟື້ນຟູສະພາບຊີວິດສັງຄົມພວມດຳເນີນການ..ເປົ້າໝາຍຕໍ່ໄປຄືຄາຣ໌ຄິຟ ເມືອງໃຫຍ່ທີ່ມີພົນລະເມືອງຫຼາຍເປັນອັນດັບ 2 ຮອງຈາກຄຽບ ແລະມີຊາວຣັສເຊຍອາໄສຢູ່ໜາແໜ້ນ.

ກ່ອນໜ້ານີ້ເຄີຍທຳປະຊາມະຕິແຍກຕົວເປັນເອກະລາດ ແຕ່ກໍຖືກທາງການຢູເຄຣນ ປາບປາມຢ່າງໜັກ.. ຫຼາຍວັນມານີ້ ຣັສເຊຍໄດ້ສຸມໃສ່ໂຈມຕີທີ່ຕັ້ງທາງທະຫານ ສາງອາວຸດ ສາງນ້ຳມັນ ລະບົບປ້ອງກັນໄພອື່ນໆ ແລະວານນີ້ ກໍຍິງຍົນຮົບຢູເຄຣນ 2 ລຳ ຕົກໃກ້ເມືອງນີ້..

ທີ່ມາ: ສາຍຂ່າວ

Related Posts

Leave a Reply

Your email address will not be published. Required fields are marked *