ປີ 2021 ເປັນປີທອງຂອງບໍລິສັດ ສຸວັນນີ ໂຮມເຊັນເຕີ ຢ່າງແທ້ຈິງ.

ປີ 2021 ເປັນປີທອງຂອງບໍລິສັດ ສຸວັນນີ ໂຮມເຊັນເຕີ ຢ່າງແທ້ຈິງ.

ຮ້ານ ສຸວັນນີການຄ້າ ໄດ້ສ້າງຕັ້ງຂຶ້ນ ໃນປີ 1988 ໂດຍເລີ່ມມາຈາກ.

ທ່ານນາງ ສຸວັນນີ ໄດ້ເບິ່ງເຫັນເຖິງໂອກາດການຂະຫຍາຍຕົວຂອງ ສປປ ລາວໃນອະນາຄົດ ປະກອບກັບ ທ່ານ ວັດດານາ ໄດ້ສຳເລັດການສຶກສາດ້ານສະຖາປັດຕະຍະກຳ ແລະ ມີປະສົບການກ່ຽວກັບການກໍ່ສ້າງ ພ້ອມຍັງເປັນຊ່ວງທີ່ ສປປ ລາວ ກຳລັງເລີ່ມມີການເຕີບໃຫຍ່ຂະຫຍາຍຕົວດ້ານການ ກໍ່ສ້າງພື້ນຖານໂຄງລ່າງ. ສະນັ້ນ,

ຈຶ່ງໄດ້ເລີ່ມຕົ້ນດຳເນີນທຸລະກິດຈັດຈຳໜ່າຍວັດສະດຸກໍ່ສ້າງທົ່ວໄປ ເປັນຮ້ານຄ້າຂະໜາດໜຶ່ງຫ້ອງແຖວ ຈາກນັ້ນທຸລະກິດກໍ່ມີການເຕີບໃຫຍ່ຕະຫຼອດເລື່ອຍມາ

ຈົນຮອດປີ 2015 ບໍລິສັດ ສຸວັນນີ ໂຮມເຊັນເຕີ ສາມາດນຳບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບລາວໄດ້ສຳເລັດແລະໃນປີ 2021 ຖືວ່າເປັນປີທອງຂອງບໍລິສັດ ສຸວັນນີ ຢ່າງແທ້ຈິງ ເນື່ອງຈາກຜົນການດຳເນີນງານບໍລິສັດດີສົມຄວນ ມາເບີ່ງຜົນການດຳເນີນງານໃນປີ 2021

– ລາຍຮັບຈາກກາຍຂາຍຢູ່ທີ່ 455,188 ລ້ານກີບ ລາຍຮັບເພີ່ມຂື້ນ 14.74% ທຽບປີທີ່ຜ່ານມາ ແລະ ເປັນລາຍຮັບສູງສຸດນັບແຕ່ຕັ້ງບໍລິສັດມາ

– ກຳໄລສຸດທິຢູ່ທີ່ 24,669 ລ້ານກີບ ເພີ່ມຂື້ນ 105% ທຽບປີທີ່ຜ່ານມາ ແລະ ກໍ່ຍັງເປັນກຳໄລສູງສຸດນັບຕັ້ງແຕ່ຕັ້ງບໍລິສັດມາ

– ຈ່າຍເງິນປັນຜົນ 50 ກີບຕໍ່ຮຸ້ນ ເປັນການຈ່າຍເງິນປັນຜົນສູງສຸດນັບແຕ່ຈົນທະບຽນເຂົ້າຕະຫຼາດຫຼັກຊັບລາວເປັນຕົ້ນມາ (ປີ 2015 ຈ່າຍ 45 ກີບ/ຮຸ້ນ,

ປີ 2016 ຈ່າຍ 20 ກີບ/ຮຸ້ນ, ປີ 2017 ຈ່າຍ 10 ກີບ/ຮຸ້ນ,

ປີ 2018 ຈ່າຍ 8 ກີບ/ຮຸ້ນ, ປີ 2019 ຈ່າຍ 16 ກີບ/ຮຸ້ນ ແລະ.

ປີ 2020 ຈ່າຍ 20.38 ກີບ/ຮຸ້ນ)ເຊີ່ງປັດໄຈທີ່ເຮັດໃຫ້ ບໍລິສັດ ສຸວັນນີ ມີຜົນການດຳເນີນງານອອກມາດີ ກໍ່ມາຈາກ.

1. ບໍລິສັດໄດ້ມີການເພີ່ມຄວາມຫຼາກຫຼາຍຂອງສິນຄ້າ ແລະ ມີການເພີ່ມຈຳນວນສິນຄ້າໃໝ່ໆເຂົ້າມາ2. ການ Lockdown ປະເທດເຮັດໃຫ້ປະຊາຊົນບໍ່ສາມາດນຳສິນຄ້າເຂົ້າມາດ້ວຍຕົວເອງໄດ້ ຈຳເປັນຕ້ອງຊື້ສິນຄ້າຈາກບໍລິສັດນຳເຂົ້າເທົ່ານັ້ນ ເຮັດໃຫ້ບໍລິສັດ ສຸວັນນີ ໄດ້ຮັບອານິສົງຈາກປັດໄຈນີ້ໄປນຳ.

3. ການຂະຫຍາຍສາຂາໃໝ່ເພີ່ມຂຶ້ນ ເຊິ່ງປະຈຸບັນມີຢູ່ 7 ສາຂາ ເຮັດໃຫ້ເຂົ້າເຖີງລູກຄ້າໄດ້ຫຼາຍຂື້ນ.

ຂໍ້ມູນຈາກ: LSX.

#10STORY #Souvanny.

Related Posts

Leave a Reply

Your email address will not be published. Required fields are marked *