ຄອບເພື່ອໄຂ່ວ ແລະ ເຄື່ອນຍ້າຍເສົາຫີນສີລາ ໄປສະຖິດໄວ້ ຢູ່ວັດປ່າຫີນປາຄູນ.

ຊາວບ້ານນານົກຂຸ້ມ ເຮັດພິທີທາງສາສະໜາ ຄອບເພື່ອໄຂ່ວ ແລະ ເຄື່ອນຍ້າຍເສົາຫີນສີລາ ໄປສະຖິດໄວ້ ຢູ່ວັດປ່າຫີນປາຄູນ.

ຫວ່າງບໍ່ດົນມານີ້ ອົງການປົກ ຄອງບ້ານນົກຂຸ້ມ ເມືອງທຸລະຄົມ ແຂວງວຽງຈັນ ພ້ອມດ້ວຍຜູ້ເຖົ້າຜູ້ແກ່, ພໍ່ແມ່ປະຊາຊົນ ແລະ ລູກຫລານ ໄດ້ພ້ອມກັນຈັດພິທີທາງສາສະໜາຄອບໄຂ່ວເຈົ້າທີ່ເຈົ້າຖານ ເພື່ອອັງເຊີນ-ເຄື່ອນຍ້າຍເສົາຫີນ ຈຳນວນ 2 ຕົ້ນໄປສະ ຖິດໄວ້ຢູ່ທີ່ວັດປ່າຫີນປາຄູນທີ່ຂຶ້ນກັບບ້ານດັ່ງກ່າວ;

ຕາມການໃຫ້ຂອງມູນຂອງອົງການປົກຄອງບ້ານໃຫ້ຮູ້ວ່າ ເສົາຫີນນີ້ໄດ້ມີການຄົ້ນພົບຢູ່ບໍລິເວນດິນ ຂອງແມ່ຕູ້ແອ ໃນທ້າຍປີ 2020

ໃນຂະນະທີ່ລູກຫລານຂອງເພິ່ນກຳລັງຂຸດຂຸມຕັ້ງເສົາເຮືອນ, ເຊິ່ງຜູ້ເຖົ້າຜູ້ແກ່ສັນນິຖານວ່າ ເສົາຫີນນີ້ຕ້ອງມີປະຫວັດຄວາມເປັນມາກ່ຽວ ຂ້ອງກັບວັດປ່າຫີນປາຄູນ ຫລື ກໍ່ອາດແມ່ນເສົາຫລັກເຂດແດນຂອງບ້ານທີ່ຄົນຮຸ່ນກ່ອນໆນຳມາຝັ່ງໄວ້,

ເຖິງແນວໃດກໍ່ຕາມ ຊາວບ້ານນານົກຂຸ້ມຕ່າງກໍ່ມີຄວາມເຊື່ອວ່າ ເປັນເສົາຫີນມົງຄຸນທີ່ມີຄວາມໝາຍ ຕິດພັນກັບປະຫວັດ ຂອງບ້ານ ແລະ ຕິດພັນກັບພຸດທະສາສະໜາ, ເນື່ອງຈາກອີງຕາມປະຫວັດສາດແລ້ວ ບ້ານນານົກຂຸ້ມ ກໍ່ຄືເມືອງທຸລະຄົມ ມີຄວາມເກົ່າແກ່ທີ່ມີມາແຕ່ດົນແລ້ວ.Cr. ຂ່າວປະຈໍາວັນເມືອງທຸລະຄົມ.

Related Posts

Leave a Reply

Your email address will not be published. Required fields are marked *