ໂຕເລກຜູ້ເສຍຊີວິດເພີີ່ມຂື້ນ 167 ຄົນ ຈາກເຫດການດິນຖະລົ້ມ, ຝົນຕົກໜັກທີ່ປະເທດຟິລິບປິນ..
ໃນວັນທີ 16 ເມສາ 2022 ລັດຖະບານຟິລິບປິນໄດ້ຖະແຫຼງການເຫດການຄວາມຄືບໜ້າຈາກດິນຖະລົ້ມ ແລະ ມີຝົນຕົກໜັກຈາກພາຍຸໂຊນຮ້ອນເມກີ.

ທີ່ພັດຖະລົ້ມໃນພື້ນທີ່ພາກກາງ ແລະ ພາກໃຕ້ ຂອງປະເທດຟິລິບປິນ ຕັ້ງແຕ່ວັນທີ 10-16 ເມສາ 2022 ສົ່ງຜົນໃຫ້ນໍ້າຖ້ວມຫຼາຍພື້ນທີ່ ແລະ ເກີດດິນຖະລົ້ມໃນຫຼາຍໝູ່ບ້ານໃນເມືອງເບເບ ແລະ ເມືອງອາບູຢອກ ແຂວງເລເຕ.

ເຮັດໃຫ້ໂຕເລກຜູ້ເສຍຊີວິດເພີ່ມຂື້ນເປັນ 167 ຄົນ, ສູນຫາຍ 110 ຄົນ ແລະ ມີປະຊາຊົນທີ່ໄດ້ຮັບຜົນກະທົບ 1,9 ລ້ານ.




?ຂ່າວອ້າງອີງຈາກ: ຂ່າວສານຕ່າງປະເທດ