ເກີດເຫດເສົ້າສະລົດໃຈ ດັບຕິດກັນ 2ຄົນ ແຕ່ກັບຖືກຄົນດ່າ.

#ເກີດເຫດເສົ້າສະລົດໃຈ ດັບຕິດກັນ 3ຄົນ ແຕ່ກັບຖືກຄົນດ່າ.

ເຫດການຊ່ວງວັນທີ13/4/2022 ມີເດັກຊາຍໄວອາຍຸປະມານ14-15ປີ ຫາຍຕົວໄປ ພາຍຫຼັງ2ວັນຈີ່ງພົບວ່າ ໄປຫຼີ້ນນໍ້າທີ່ຕາດ ແລ້ວຂື້ນໄປຫຼີ້ນເທີງຫົວຕາດ ເຮັດໃຫ້ຜາດພັ້ງຕົກລົງມາດັບຄາກາງຕາດ.

ວັນທີ 16/4/2022 ພໍ່ເຖົ້າຂອງຜູ້ຖືກເຄາະຮ້າຍ ໄດ້ນ່ວມເດີນທາງນຳຜູ້ເຫັນເຫດການ ທີ່ພາເຈົ້າໜ້າທີ່ໄປກວດກາ ສັນລະສູດທີ່ເກີດເຫດ ໂຊກຮ້າຍຕົກຕາດຊໍ້າ ດັບຄາທີ່ເດີມອີກລາຍ.

ຕາມທີ່ຜູ້ເຫັນເຫດການເລົ່າວ່າ ພໍໄປເຖີງ ຜູ້ເປັນພໍ່ ເຫັນເກີບກິ່ງໜຶ່ງຂອງຫຼານຜູ້ເສຍຊີວິດຄ້າງຢູ່ເທີງຫົວຕາດ ທັນໃດນັ້ນຜູ້ກ່ຽວໄດ້ຍື່ນມືໄປເພື່ອຝັງເກັບເອົາເກີບກີ່ງນັ້ນມາໄວ້ເພື່ອເປັນທີ່ລະນຶກ ໂຊກບໍ່ເຂົ້າຄ້າງ ລື່ນໄຫຼຕົກຕາດເສຍຊີວິດຕາມຫຼານຕົກໄປຄ້າງໃນຈຸດເດີມທີ່ຫຼານຕົກຄ້າງອີກ.

ພໍຊາວບ້ານ ຍາດຕິພີ່ນ້ອງ ແລະເຈົ້າໜ້າທີ່ໄປກູ້ຊາກຊົບມາຮອດເຮືອນ ເຊົ້ານີ້ລູກຊາຍຢູ່ເຮືອນພັດເສຍຊີວິດກະທັນຫັນຕາມອີກ

ເຫດການນີ້ໄດ້ມີການສູນເສຍສະມາຊິກຄອບຄົວໄປນຳກັນ 3ຄົນ ລຽນຕິດໆກັນ, ເຊີ່ງເປັນເຫດທີ່ເສົ້າສະຫຼົດໃຈສຸດໆ ໃນຊ່ວງບຸນສົງການປີ ພສ 2565ນີ້

ຫຼັງຈາກມີປະຊາຊົນໄດ້ເອົາລົງໂຊຊ່ຽວມີເດ່ຍ ໄດ້ຫຼາຍຄົນເຂົ້າມາຄອມເມັ້ນ ສະແດງຄວາມເສຍໃຈຢ່າງລົ້ນຫຼາມ ແຕ່ໃນຄະນະດຽວກັນພັດມີກຸ່ມຄົນບໍ່ດີຈຳນງນໜຶ່ງໄດ້ມາຄອມເມັ້ນລັກສະນະສົມນຳໜ້າ ທີ່ໄປຫຼີ້ນບຸນສົງການ ແລ້ວຈີ່ງພາໃຫ້ເກີດເຫດແບບນັ້ນ ເຊີ່ງບັນດາຄອມເມັ້ນດັ່ງກ່າວ ແມ່ນບໍ່ເໝາະສົມປານໃດ.

ເຖີງຢ່າງໃດກໍ່ຕາມ ຂໍສະແດງຄວາມເສຍໃຈກັບຄອບຄົວຜູ້ສູນເສຍລູກຫຼານແລະເສົາຫຼັກຂອງຄອບຄົວໄປ ໃນຄັ້ງນີ້ຢ່າງສຸດຊື້ງ. ຂໍໃຫ້ດວງວິນຍານທັງສາມຈົ່ງໄປສູ່ສຸກຂະຕິເຖີດ.

#ທີ່ຈິງ ທີ່ນໍ້າຕົກຕາດ ຜາພະເຈເລ້ ດັ່ງກ່າວ ຕາມການເລົ່າຂອງປະຊາຊົນໃນລະແວກນັ້ນ ໄດ້ເລົ່າວ່າ ທີ່ຝານັ້ນວັນດີຄືນດີ ຈະມັກເຫັນເງົາເໝືອນຜູ້ຍິງຢືນຢູ່ເທີງຝານັ້ນແນມລົງມາຍັງດ້ານລຸ່ມ ເປັນບາງຄັ້ງຄາວ.

ນັ້ນມັນເປັນສີ່ງທີ່ບໍ່ສາມາດພິສູດໄດ້ ແຕ່ໃນເມື່ອມີເຫດເກີດແລ້ວ ຄວນທຳພິທີເຊີນດວງວິນຍານຂອງເຄາະຮ້າຍໃຫ້ໄປສຸກໄປເກີດ ແລະສູດສະຖານທີ່ດັ່ງກ່າວໃຫ້ຄໍ້າຄູນ ຕັ້ງສານເສັ້ນໄຫວ້ຂື້ນມາເປັນການບູຊາເຈົ້າທີ່ ເພື່ອອົບອຸ່ນຈິດໃຈໃຫ້ເຂັ້ມແຂງ ແລະປອດໄພ.

#ອັບເດດສະຖານທີ່ເກີດເຫດ: ນໍ້າຕົກຕາດຜາພະເຈເລ້ ບ້ານນໍ້າຄຽນ ເມືອງຮົ່ມ ແຂວງໄຊສົມບູນ.

Related Posts

Leave a Reply

Your email address will not be published. Required fields are marked *